ການປະທະກັນລະຫວ່າງປາແລັດສະຕິນກັບອິດສະຣາແອນຮຸນແຮງຂຶ້ນຢ່າງຕໍ່ເນື່ອງ ເຮັດໃຫ້ລາຄານ້ຳມັນສາກົນເພີ່ມສູງຂຶ້ນຕື່ມອີກ

2023-10-17 10:43:21 cri

ການປະທະກັນຮອບໃໝ່ລະຫວ່າງປາແລັດສະຕິນກັບອິດສະຣາແອນໄດ້ເກີດຂຶ້ນມາເປັນເວລາຫຼາຍກວ່າໜຶ່ງອາທິດແລ້ວ, ເຊິ່ງເຮັດໃຫ້ລາຄານ້ຳມັນດິບໃນສາກົນເພີ່ມສູງຂຶ້ນ. ວັນທີ13 ຕຸລານີ້, ລາຄານ້ຳມັນຢູ່ຕະຫຼາດຫຼັກຊັບນີວຢອກອາເມຣິກາໄດ້ເພີ່ມຂຶ້ນຢ່າງຊັດເຈນ, ລາຄານ້ຳມັນດິບທາດເບົາຢູ່ຕະຫຼາດຫຼັກຊັບນີວຢອກທີ່ຈະສົ່ງມອບໃນເດືອນພະຈິກປີນີ້ໄດ້ເພີ່ມຂຶ້ນ 4,78ໂດລາ, ລາຄາໃນເວລາເລີກຕະຫຼາດຢູ່ໃນລະດັບ 87,69 ໂດລາຕໍ່ບາເຣວ. ທ່າອ່ຽງຂະຫຍາຍຕົວຂອງລາຄານ້ຳມັນໃນຕໍ່ໜ້າໄດ້ກາຍເປັນຈຸດສຸມທີ່ຝ່າຍຕ່າງໆໃຫ້ຄວາມສົນໃຈ.

ເຂດຕາເວັນອອກກາງມີປະລິມານສະສົມນ້ຳມັນເຊື້ອໄຟຢ່າງອຸດົມສົມບູນ, ກວມເອົາຍອດມູນຄ່າການຄ້ານ້ຳມັນເຊື້ອໄຟຂົນສົ່ງທາງທະເລທົ່ວໂລກຫຼາຍກວ່າ1/3, ນັກວິເຄາະຊີ້ໃຫ້ເຫັນວ່າ: ພາຍໃຕ້ສະພາບການທີ່ການປະທະກັນລະຫວ່າງປາແລັດສະຕິນກັບອິດສະຣາແອນຮຸນແຮງຂຶ້ນຢ່າງຕໍ່ເນື່ອງ, ຜົນກະທົບທີ່ແຜ່ລາມອອກນອກເຂດແຄວ້ນຄ່ອຍໆປາກົດຕົວຂຶ້ນ, ເຊິ່ງກາຍເປັນປັດໄຈບໍ່ແນ່ນອນທີ່ສຸດທີ່ກະທົບເຖິງທ່າອ່ຽງຂະຫຍາຍຕົວຂອງລາຄານ້ຳມັນສາກົນໃນໄລຍະຕໍ່ໜ້ານີ້. ພາຍໃຕ້ສະພາບການທີ່ບໍ່ມີສ່ວນຮ່ວມຈາກປະເທດອື່ນ, ຜົນກະທົບຈາກການປະທະກັນທີ່ມີຕໍ່ລາຄານ້ຳມັນແມ່ນມີຄວາມຈຳກັດ, ແຕ່ຖ້າຫາກອີຣານເຂົ້າມາຫຍຸ້ງກ່ຽວໃນການປະທະກັນຮອບນີ້, ລາຄານ້ຳມັນອາດຈະເພີ່ມສູງຂຶ້ນຢ່າງຫຼວງຫຼາຍ.