ຣັດເຊຍປະກາດນໍາໃຊ້ມາດຕະການຈໍາກັດຊົ່ວຄາວຕໍ່ຜະລິດຕະພັນທາງທະເລທີ່ນໍາເຂົ້າຈາກຍີ່ປຸ່ນ

2023-10-17 14:24:56 CRI

   ອົງການກວດກາສຸຂະນາໄມສັດ ແລະ ພືດແຫ່ງຊາດຣັດເຊຍໄດ້ອອກຖະແຫຼງການເມື່ອວັນທີ 16 ຕຸລານີ້ວ່າ: ໃນນາມເປັນມາດຕະການປ້ອງກັນ, ຣັດເຊຍຈະນໍາໃຊ້ມາດຕະການຈໍາກັດຊົ່ວຄາວຕໍ່ສິນຄ້າປະເພດປາ ແລະ ຜະລິດຕະພັນທາງທະເລທີ່ນໍາເຂົ້າຈາກຍີ່ປຸ່ນເລີ່ມແຕ່ວັນທີ 16 ຕຸລານີ້ເປັນຕົ້ນໄປ.


   ຖະແຫຼງການສະບັບດັ່ງກ່າວໄດ້ລະບຸໂດຍເນັ້ນໜັກວ່າ: ຝ່າຍຣັດເຊຍຈະປະຕິບັດຕາມມາດຕະການຈໍາກັດດັ່ງກ່າວກ່ອນຈະຮັບຮູ້ “ຂໍ້ມູນຂ່າວສານຢ່າງລະອຽດຄົບຖ້ວນທີ່ຈໍາເປັນ” ສາມາດຢັ້ງຢືນຄວາມປອດໄພຂອງຜະລິດຕະພັນສິນໃນນໍ້າ, ພ້ອມທັງໄດ້ຜ່ານການວິເຄາະວະໄຈຈາກຜູ້ຊ່ຽວຊານອົງການກວດກາສຸຂະນາໄມສັດ ແລະ ພືດແຫ່ງຊາດຣັດເຊຍ ແລະ ເຫັນວ່າສອດຄ່ອງກັບເງື່ອນໄຂທີ່ກ່ຽວຂ້ອງຂອງສະຫະພັນເສດຖະກິດເອິຣົບ-ອາຊີ.