ທ່ານໄບເດັນຈະໄປຢ້ຽມຢາມອິດສະຣາແອນ ກອງທັບອາເມຣິກາຈະສົ່ງທະຫານ 2,000 ຄົນໄປເຂດນ່ານນ້ຳແຄມທະເລອິສຣາແອນ

2023-10-17 15:37:49 cri


ຕອນຂ້ອນແຈ້ງວັນທີ 17 ຕຸລານີ້, ທ່ານອັນໂທນີ ບລິນເກນ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາກ່າວວ່າ: ທ່ານໂຈເຊ ໄບເດັນ ປະທານາທິບໍດີອາເມຣິກາ ຈະເດີນທາງໄປອິດສະຣາແອນ ເພື່ອພົບປະກັບທ່ານເປັນຈາມິນ ເນທັນຢາຮູ ນາຍົກລັດຖະມົນຕີ ອິດສະຣາແອນ ໃນວັນທີ 18 ຕຸລານີ້, ເພື່ອ ຫາລືກ່ຽວກັບການຊ່ວຍເຫຼືອ ອິດສະຣາແອນຂອງອາເມຣິກາ.


ຕາມຂ່າວຈາກເວັບໄຊ ຟົກສ໌ ນິວສ໌, ວັນທີ 16 ຕຸລານີ້ກຳລັງເຄື່ອນທີ່ໄວຂອງກອງທັບເຮືອອາເມຣິກາທີ່ປະກອບດ້ວຍທະຫານເຮືອສູ້ຮົບເທິງບົກຈຳນວນ 2.000 ຄົນ ໄດ້ເດີນທາງໄປເຂດນ່ານນ້ຳຝັ່ງທະເລຂອງ ອິດສະຣາແອນແລ້ວ.


ຕາມຂ່າວແຈ້ງວ່າ: ຄາດວ່າ ທະຫານຈຳນວນດັ່ງກ່າວຈະເຂົ້າຮ່ວມການຊ້ອມຮົບຮ່ວມກັບກຳລັງປະຕິບັດໜ້າທີ່ທາງອາກາດ-ທາງບົກພິເສດຂອງກອງກຳລັງທະຫານເຮືອສູ້ຮົບເທິງບົກທີ່ຈະຈັດຂຶ້ນຢູ່ກູເວດລະຫວ່າງວັນທີ 18 ຫາ 22 ຕຸລານີ້.