ຢູ່ນະຄອນຫຼວງປະເທດແບນຊິກເກີດເຫດຍິງກັນ ເຮັດໃຫ້ມີຜູ້ເສຍຊີວິດ2ຄົນແລະບາດເຈັບ1ຄົນ

2023-10-17 11:26:11 cri


ຕອນຄ່ຳວັນທີ 16 ຕຸລານີ້, ຢູ່ນະຄອນຫຼວງບຣຸກແຊນປະເທດແບນຊິກໄດ້ເກີດເຫດການຍິງກັນ, ເຮັດໃຫ້ຜູ້ຊົມການແຂ່ງຂັນເຕະບານຊາວຊູແອັດສອງຄົນເສຍຊີວິດ ແລະ ອີກ ຄົນໜຶ່ງໄດ້ຮັບບາດເຈັບ. ຕໍ່ຈາກນັ້ນ, ສູນວິກິດການແຫ່ງຊາດແບນຊິກໄດ້ປະກາດວ່າ: ລະດັບການເຕືອນໄພຄວາມໝັ້ນຄົງຂອງເຂດໃຫຍ່ບຣຸກແຊນໄດ້ຍົກສູງຂຶ້ນເຖິງລະດັບ 4 , ເປັນລະດັບສູງສຸດ.



ໂຄສົກຫ້ອງການໄອຍະການສະຫະພັນແບນຊິກໄດ້ຢືນຢັນໃນຕອນຄ່ຳມື້ດຽວກັນວ່າ: ມີມືປືນຄົນໜຶ່ງໄດ້ຍິງປືນໃສ່ປະຊາຊົນຢູ່ຕາມຖະໜົນບຣຸກແຊນ, ເຮັດໃຫ້ມີຜູ້ເສຍຊີວິດແລະບາດເຈັບ. ປັດຈຸບັນ, ຜູ້ຕ້ອງສົງໄສພວມຫຼົບໜີຢູ່ ແລະຍັງບໍ່ໄດ້ຮູ້ຂໍ້ມູນຂອງຜູ້ຕ້ອງສົງໄສ. ແຕ່ມີຄົນໜຶ່ງທີ່ອ້າງວ່າຕົນເອງເປັນຜູ້ກໍ່ເຫດໄດ້ຢືນຢັນຜ່ານສື່ສັງຄົມອອນລາຍວ່າ: ຕົນຈົງຮັກພັກດີຕໍ່ກຸ່ມຫົວຮຸນແຮງ “ລັດອິດສລາມ”. ທ່ານອາເລັກຊັນເດີ ເດໂຄຣ ນາຍົກລັດຖະມົນຕີແບນຊິກໄດ້ກຳນົດເຫດການດັ່ງກ່າວເປັນ “ການໂຈມຕີແບບກໍ່ການຮ້າຍ”.