ປະເທດພວມພັດທະນາແລະປະເທດເພື່ອນມິດອັນມະຫາສານສະໜັບສະໜູນຫຼັກໝັ້ນຄວາມເປັນທຳຂອງຈີນໃນ ສປຊ

2023-10-18 10:55:01 cri

ວັນທີ 17 ຕຸລານີ້, ຄະນະກຳມະການທີ 3 ຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດສະໄໝທີ 78 ໄດ້ຈັດກອງປະຊຸມອະພິປາຍທົ່ວໄປກ່ຽວກັບບັນຫາສິດທິມະນຸດ. ທ່ານຈ່າງຈວິ່ນ ຜູ້ຕາງໜ້າຖາວອນຈີນປະຈຳອົງການ ສປຊ ໄດ້ເຂົ້າຮ່ວມກອງປະຊຸມແລະປະກອບຄຳເຫັນ ໂດຍໄດ້ນຳສະເໜີເສັ້ນທາງການພັດທະນາສິດທິມະນຸດທີ່ມີສີສັນພິເສດຂອງຈີນແລະຜົນສຳເລັດທີ່ພົ້ນເດັ່ນ, ຍັງໄດ້ສະແດງຫຼັກໝັ້ນທີ່ໝັ້ນໜຽວໃນການຄັດຄ້ານທຸກປະເທດສວຍໃຊ້ບັນຫາສິດທິມະນຸດມາແຊກແຊງວຽກງານພາຍໃນຂອງຈີນ.

ໃນໂອກາດດັ່ງກ່າວ, ຫຼາຍປະເທດໄດ້ປະກອບຄຳເຫັນຢ່າງອິດສະຫຼະ ໂດຍໄດ້ຕີລາຄາຜົນສຳເລັດແຫ່ງການພັດທະນາພາລະກິດສິດທິມະນຸດຂອງຈີນຢ່າງຕັ້ງໜ້າ, ຄັດຄ້ານການຫັນບັນຫາສິດທິມະນຸດເປັນບັນຫາການເມືອງ ເຊິ່ງໄດ້ສ້າງບັນຍາກາດທີ່ສະໜັບສະໜູນແລະຕອບຮັບຫຼັກໝັ້ນຄວາມເປັນທຳຂອງຈີນ ແລະ ຄັດຄ້ານການສວຍໃຊ້ບັນຫາສິດສິມະນຸດມາແຊກແຊງວຽກງານພາຍໃນຂອງຈີນຢ່າງແຂງແຮງ.