ຮອງເລຂາທິການໃຫຍ່ ສປຊ ກ່າວວ່າ: ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ກາຍເປັນສິ່ງຈໍາເປັນຕໍ່ການພັດທະນາຂອງໂລກ

2023-10-18 10:41:52 CRI

 

   ເນື່ອງໃນໂອກາດເວທີເປິກສາຫາລືສຸດຍອດການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 3 ພວມຈັດຂຶ້ນ, ທ່ານ ມິເກວ ໂມຣາຕິໂນສ ຮອງເລຂາທິການໃຫຍ່ອົງການສະຫະປະຊາຊາດໄດ້ໃຫ້ສໍາພາດຕໍ່ນັກຂ່າວວິທະຍຸໂທລະພາບສູນກາງຈີນ ຫຼື CMG ວ່າ: ກ່ອນໜ້ານີ້ 10 ປີ, ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ສະເໜີໂດຍທ່ານ ສີຈິ້ນຜິງ ປະທານປະເທດຈີນ ນັ້ນແມ່ນມີລັກສະນະເບິ່ງກວ້າງມອງໄກ, ມາຮອດປັດຈຸບັນນີ້, ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ກາຍເປັນສິ່ງຈໍາເປັນຕໍ່ການພັດທະນາຂອງໂລກໃນປັດຈຸບັນນີ້.


   ທ່ານ ມິເກວ ໂມຣາຕິໂນສ ກ່າວຕື່ມວ່າ: ອົງການສະຫະປະຊາຊາດພວມຢູ່ໃນໄລຍະຫັນປ່ຽນຮູບແບບ, ສໍາລັບອົງການສະຫະປະຊາຊາດແລ້ວ, ຈີນເປັນຄູ່ຮ່ວມມືທີ່ຫ້າວຫັນ ແລະ ສໍາຄັນທີ່ສຸດ. ທ່ານເຊື່ອໝັ້ນວ່າ: ໃນຖານະທີ່ເປັນໜຶ່ງໃນປະເທດສະມາຊິກສໍາຄັນຂອງອົງການສະຫະປະຊາຊາດ, ຈີນຈະປະກອບສ່ວນທາງດ້ານສະຕິປັນຍາ ແລະ ແຜນການແກ້ໄຂບັນຫາທີ່ມີປະສິດທິຜົນໃນການປະຕິບັດຕົວຈິງເຂົ້າໃນການບໍລິຫານໂລກໃຫ້ຫຼາຍກວ່າເກົ່າຕື່ມອີກ.