ໂຄສົກກະຊວງການຕ່າງປະເທດຈີນຕອບຄຳຖາມນັກຂ່າວກ່ຽວກັບປະເທດເພື່ອນມິດປະກອບຄຳເຫັນຮ່ວມເພື່ອສະໜັບສະໜູນຈີນໃນສະມັດຊາໃຫຍ່ອົງການສະຫະປະຊາຊາດ

2023-10-20 16:23:50 CRI

 

    ຫວ່າງມໍ່ໆມານີ້, ໂຄສົກກະຊວງການຕ່າງປະເທດຈີນໄດ້ຕອບຄຳຖາມນັກຂ່າວກ່ຽວກັບປະເທດເພື່ອນມິດປະກອບຄຳເຫັນຮ່ວມເພື່ອສະໜັບສະໜູນຈີນໃນສະມັດຊາໃຫຍ່ອົງການສະຫະປະຊາຊາດ.

 

    ມີນັກຂ່າວຖາມວ່າ: ວັນທີ 17 ຕຸລານີ້, ໃນຄະນະກຳມະການທີ 3ຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດ, ປາກິດສະຖານໄດ້ຕາງໜ້າໃຫ້ 70 ກວ່າປະເທດປະກອບຄຳເຫັນຮ່ວມ ເພື່ອສະໜັບສະໜູນຫຼັກໝັ້ນຂອງຈີນໃນບັນຫາກ່ຽວກັບເຂດຊິ່ນຈ່ຽງ ເຂດຮົງກົງ ແລະ ເຂດຕິເບດ, ຄັດຄ້ານການແຊກແຊງວຽກງານພາຍໃນຂອງຈີນດ້ວຍຂໍ້ອ້າງສິດທິມະນຸດ. ຈີນມີຄວາມເຫັນແນວໃດຕໍ່ກັບເລື່ອງນີ້?

 

     ໂຄສົກກະຊວງການຕ່າງປະເທດຈີນຕອບວ່າ: ປະເທດຈຳນວນຫຼາຍໄດ້ອອກສຽງເປັນທຳຢູ່ອົງການສະຫະປະຊາຊາດ ເພື່ອສະໜັບສະໜູນຫຼັກໝັ້ນທີ່ເປັນທຳຂອງຈີນ, ສິ່ງນີ້ິສະແດງໃຫ້ເຫັນຢ່າງເຕັມທີ່ວ່າ ປະຊາຄົມໂລກ ໂດຍສະເພາະແມ່ນປະເທດທີ່ພວມພັດທະນາທັງຫຼາຍຄັດຄ້ານການຫັນບັນຫາສິດທິມະນຸດເປັນບັນຫາການເມືອງ, ກົນອຸບາຍທີ່ຖືເອົາສິດທິມະນຸດເປັນຂໍ້ອ້າງແຊກແຊງວຽກງານພາຍໃນປະເທດອື່ນຂອງປະເທດຕາເວັນຕົກຈຳນວນໜ້ອຍແມ່ນຈະບໍ່ໄດ້ຮັບການສະໜັບສະໜູນຈາກຄົນທັງຫຼາຍ, ຍ່ອມຈະປະສົມກັບຄວາມຫຼົ້ມແຫຼວ.