ລັດຖະມົນຕີການຕ່າງປະເທດຣັດເຊຍກ່າວວ່າ:ການພົວພັນຣັດເຊຍ-ສປປເກົາຫຼີໄດ້ບັນລຸເຖິງລະດັບຍຸດທະສາດໃໝ່

2023-10-20 16:17:02 CRI

 

     ວັນທີ 19 ຕຸລານີ້,ຂ່າວສານຣັດເຊຍລາຍງານວ່າ:ມື້ດຽວກັນ, ໃນເວລາດພົບປະເຈລະຈາກັບທ່ານນາງຊອຍຊອນຮຸຍ ລັດຖະມົນຕີກະຊວງການຕ່າງປະເທດສປປເກົາຫຼີ, ທ່ານເຊີເກ ລາຟໂລຟ ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍທີ່ກຳລັງຢ້ຽມຢາມສປປເກົາຫຼີກ່າວວ່າ, ຫຼັງຈາກທ່ານວະລະດີເມຍ ປູຕິນ ປະທານາທິບໍດີຣັດເຊຍພົບປະ ກັບ ທ່ານກິມເຈິງອຸນ ເລຂາທິການໃຫຍ່ພັກແຮງງານເກົາຫຼີ ປະທານຄະນະກຳມະການແຫ່ງລັດສປປເກົາຫຼີຢູ່ເຂດຕາເວັນອອກໄກຂອງຣັດເຊຍໃນວັນທີ 13 ເດືອນແລ້ວນີ້, ການພົວພັນລະຫວ່າງສອງປະເທດໄດ້ບັນລຸເຖິງລະດັບຍຸດທະສາດໃໝ່ແລ້ວ.