ທ່ານວະລາດີເມຍ ປູຕິນກ່າວວ່າ: ຈີນໄປມາຫາສູ່ກັບປະເທດອື່ນ ເພື່ອແບ່ງປັນໂອກາດ ແລະບໍ່ມີການບັງຄັບ

2023-10-21 15:31:34 CRI


     ຫວ່າງບໍ່ດົນມານີ້, ໃນເວລາໃຫ້ສຳພາດຕໍ່ນັກຂ່າວ, ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍກ່າວວ່າ, ແນວຄິດການຮ່ວມມືທີ່ສະເໜີໂດຍຈີນມີທ່າແຮງຢູ່ບ່ອນວ່າ, ຢູ່ພາຍໃນຂອບການຮ່ວມມື, ບໍ່ໄດ້ເອົາສິ່ງໃດໆມາບັງຄັບໃສ່ຜູ້ອື່ນ. ວຽກທຸກຢ່າງລ້ວນແຕ່ແມ່ນການຊອກຄົ້ນນຳກັນ, ບໍ່ພຽງແຕ່ຊອກຫາແຜນການແກ້ໄຂທີ່ທຸກຝ່າຍຍອມຮັບໄດ້ເທົ່ານັ້ນ, ຍັງເປັນການຊອກຫາວິທີ ແລະ ສົ່ງເສີມການບັນລຸໂຄງການຮ່ວມມື, ຂໍຄວາມເຫັນດີຈາກທຸກຝ່າຍເພື່ອບັນລຸເປົ້າໝາຍຮ່ວມກັນ.  ສິ່ງນີ້ແມ່ນຈຸດພິເສດແຫ່ງການໄປມາຫາສູ່ກັນລະຫວ່າງປະເທດຈີນທີ່ຢູ່ພາຍໃຕ້ການນຳພາຂອງທ່ານສີຈິ້ນຜິງ ປະທານປະເທດຈີນກັບປະເທດອື່ນ, ບໍ່ມີຝ່າຍໃດບັງຄັບຝ່າຍໃດ, ແຕ່ເປັນການສະໜອງໂອກາດນຳກັນ. ເຖິງວ່າເກີດມີຄວາມຫຍຸ້ງຍາກໃດໜຶ່ງ, ກໍຈະຕັ້ງໜ້າຊອກແຜນການແກ້ໄຂ. ຂ້າພະເຈົ້າເຫັນວ່າ, ນີ້ແມ່ນຄວາມແຕກຕ່າງລະຫວ່າງຂໍ້ລິເລີ່ມຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”ທີ່ສະເໜີໂດຍທ່ານສີຈິ້ນຜິງ ກັບໂຄງການອື່ນທີ່ຊຸກຍູ້ໂດຍບາງປະເທດທີ່ມີລັກສະນະລ່າເມືອງຂຶ້ນ.