ການປະທະກັນລະຫວ່າງປາແລັດສະຕິນ ແລະ ອິດສະຣາແອນຮອບນີ້ເຮັດໃຫ້ສອງຝ່າຍມີຜູ້ເສຍຊີວິດຫຼາຍວ່າ 5600 ຄົນ

2023-10-21 14:00:49 CRI


ວັນທີ 20 ຕຸລານີ້ຕາມເວລາທ້ອງຖິ່ນ, ກະຊວງສາທາລະນະສຸກປາແລັດສະຕິນແຈ້ງຂ່າວວ່າ, ການປະທະກັນລະຫວ່າງປາແລັດສະຕິນ ແລະ ອິດສະຣາແອນຮອບນີ້ໄດ້ເຮັດໃຫ້ຝ່າຍປາແລັດສະຕິນມີຜູ້ເສຍຊີວິດ 4218 ຄົນ, ໃນນັ້ນຢູ່ເຂດກາຊາມີຜູ້ເສຍຊີວິດ 4137 ຄົນ, ມີຜູ້ບາດເຈັບຫຼາຍກວ່າ 12000 ຄົນ; ຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນ ມີຜູ້ເສຍຊີວິດ 81 ຄົນ, ບາດເຈັບຫຼາຍກວ່າ 1400 ຄົນ.


ກ່ອນໜ້ານີ້, ໜັງສືພິມ ເຢຣູຊາເລັມ ໂພສທ໌ ໄດ້ຍົກເອົາຂໍ້ມູນຂ່າວສານຂອງກະຊວງສາທາລະນະສຸກອິດສະຣາແອນມາແຈ້ງຂ່າວວ່າ, ນັບມາຮອດຕອນບ່າຍວັນທີ 18 ຕຸລານີ້, ຝ່າຍອິດສະຣາແອນໄດ້ມີຄົນອິດສະຣາແອນ ແລະ ຄົນຕ່າງປະເທດຫຼາຍກວ່າ 1400 ຄົນເສຍຊີວິດ.


ນັບມາຮອດປັດຈຸບັນ, ການປະທະກັນລະຫວ່າງປາແລັດສະຕິນ ແລະ ອິດສະຣາແອນຮອບນີ້ເຮັດໃຫ້ສອງຝ່າຍມີຜູ້ເສຍຊີວິດຫຼາຍກວ່າ 5600 ຄົນແລ້ວ.