ກອງທັບອິດສະຣາແອນອ້າງວ່າ: ຈະເພີ່ມທະວີການໂຈມຕີຕໍ່ເຂດກາຊາ

2023-10-22 14:43:16 cri

 

ວັນທີ 21 ຕຸລານີ້, ເຈົ້າໜ້າທີ່ກອງທັບອິດສະຣາແອນໄດ້ອ້າງວ່າ: ຈະເພີ່ມທະວີການໂຈມຕີຕໍ່ເຂດກາຊາ, ເພື່ອເພີ່ມຄວາມກົດດັນໃຫ້ຂະບວນການຕໍ່ຕ້ານຂອງອິສລາມິກປາແລັດສະຕິນ ຫຼືຮາມັສ.

 

ວັນທີ 21 ຕຸລານີ້, ການຍິງປະທະກັນລະຫວ່າງອິດສະຣາແອນ ແລະກຸ່ມ “ເຮສບູນລາ” ຂອງລີບັງຢູ່ເຂດຊາຍແດນພາກເໜືອອິດສະຣາແອນຍັງດຳເນີນຕໍ່ໄປ. ກອງທັບອິດສະຣາແອນໄດ້ໂຈມຕີທາງອາກາດຕໍ່ເປົ້າໝາຍຫຼາຍແຫ່ງຂອງກຸ່ມ “ເຮສບູນລາ” ຢູ່ພາກໃຕ້ລີບັງ, ເພື່ອຕອບໂຕ້ກຸ່ມ “ເຮສບູນລາ” ໄດ້ຍິງລູກສອນໄຟໃສ່ຕົນ.

 

ວັນທີ 21 ຕຸລານີ້, ການປະທະກັນຮອບໃໝ່ລະຫວ່າງປາແລັດສະຕິນ ແລະອິດສະຣາແອນໄດ້ເຂົ້າສູ່ມື້ທີ 15 ແລ້ວ. ມາຮອດປັດຈຸບັນນີ້, ຈາກການປະທະກັນໄດ້ເຮັດໃຫ້ປາແລັດສະຕິນ ແລະອິດສະຣາແອນມີຜູ້ເສຍຊີວິດຫຼາຍກວ່າ 5800 ຄົນ ແລະໄດ້ຮັບບາດເຈັບຫຼາຍກວ່າ 17.000 ຄົນ.