ກອງປະຊຸມສຸດຍອດບັນຫາປາແລັດສະຕິນຈັດຂຶ້ນຢູ່ປະເທດເອຢິບ ບັນດາຝ່າຍຮຽກຮ້ອງໃຫ້ປາແລັດສະຕິນ ແລະອິດສະຣາແອນຢຸດຍິງ

2023-10-22 14:42:23 cri

 

ວັນທີ 21 ຕຸລານີ້, ກອງປະຊຸມສຸດຍອດບັນຫາປາແລັດສະຕິນໄດ້ຈັດຂຶ້ນຢູ່ນະຄອນຫຼວງບໍລິຫານແຫ່ງໃໝ່ຂອງປະເທດເອຢິບທີ່ໃກ້ກັບນະຄອນຫຼວງເລີແກ, ບັນດາຝ່າຍທີ່ເຂົ້າຮ່ວມກອງປະຊຸມໄດ້ເປິກສາຫາລືຈະແກ້ໄຂບັນຫາການປະທະກັນຮອບໃໝ່ລະຫວ່າງປາແລັດສະຕິນ ແລະອິດສະຣາແອນຮຸນແຮງຂຶ້ນຄືແນວໃດ ພ້ອມທັງຮຽກຮ້ອງໃຫ້ປາແລັດສະຕິນ ແລະອິດສະຣາແອນຢຸດຍິງ.

 

ເອຢິບໄດ້ເປັນປະທານລິເລີ່ມຈັດ “ກອງປະຊຸມສຸດຍອດສັນຕິພາບເລີແກ” ຄັ້ງນີ້, ໂດຍໄດ້ເຊື້ອເຊີນປະມຸກລັດ, ຫົວໜ້າລັດຖະບານ ແລະທູດພິເສດຈາກ 30 ກວ່າປະເທດ, ກໍຄືຜູ້ຮັບຜິດຊອບອົງການຈັດຕັ້ງສາກົນ ເຊັ່ນ: ອົງການສະຫະປະຊາຊາດ ແລະອື່ນໆເຂົ້າຮ່ວມ. ໂດຍຕອບສະໜອງຕາມຄຳເຊີນຂອງລັດຖະບານເອຢິບ, ທ່ານຈາຍຈວິ້ນ ທູດພິເສດບັນຫາຕາເວັນອອກກາງຂອງລັດຖະບານຈີນໄດ້ເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງນີ້.

 

ທ່ານອັບເດວ ຟາຕາຣ ອັນ ຊີຊີ ປະທານາທິບໍດີເອຢິບໄດ້ປະກອບຄຳເຫັນໃນພິທີເປີດກອງປະຊຸມສຸດຍອດວ່າ: ເອຢິບປະຕິເສດຂັບໄລ່ປະຊາຊົນປາແລັດສະຕິນໄປດິນແດນເອຢິບ, ວິທີພຽງໜຶ່ງດຽວໃນການແກ້ໄຂບັນຫາປາແລັດສະຕິນແມ່ນມອບສິດໃຫ້ຊາວປາແລັດສະຕິນດຳລົງຊີວິດທີ່ຖືກຕ້ອງການກົດໝາຍຢູ່ປະເທດເອກະລາດ. ທ່ານຮຽກຮ້ອງໃຫ້ປະຊາຄົມໂລກສຸມຄວາມພະຍາຍາມຮ່ວມກັນ, ສ້າງແຜນການຟື້ນຟູຂະບວນການສັນຕິພາບຕາເວັນອອກກາງ, ສິ້ນສຸດໂສກນາດຕະກຳດ້ານມະນຸດສະທຳໃນປັດຈຸບັນ.

 

ທ່ານມາຮມຸດ ອັບບາສ ປະທານາທິບໍດີປາແລັດສະຕິນໄດ້ກ່າວປະນາມ “ການຮຸກຮານຢ່າງໂຫດຮ້າຍປ່າເຖື່ອນ” ຂອງອິດສະຣາແອນຕໍ່ເຂດກາຊາ, ຮຽກຮ້ອງໃຫ້ອິດສະຣາແອນຍຸດຕິ “ການຮຸກຮານ” ໃນທັນທີ ພ້ອມທັງເປີດຊ່ອງທາງມະນຸດສະທຳ, ອະນຸຍາດໃຫ້ເຄື່ອງໃຊ້ທີ່ຈຳເປັນ ເຊັ່ນ: ສະບຽງອາຫານ, ຢາປິ່ນປົວ ແລະອື່ນໆເຂົ້າໄປໃນເຂດກາຊາທີ່ຖືກປິດລ້ອມ. ທ່ານຍັງເຕືອນໃຫ້ຢ່າຂັບໄລ່ຊາວປາແລັດສະຕິນຢູ່ເຂດກາຊາ.

 

ທ່ານອັນໂຕນີໂອ ກູເຕີເຮັສ ເລຂາທິການໃຫຍ່ອົງການສປຊໄດ້ປະກອບຄຳເຫັນໂດຍຮຽກຮ້ອງໃຫ້ແກ້ໄຂບັນຫາປາແລັດສະຕິນໂດຍຜ່ານ “ແຜນການສອງປະເທດ”.