ການປະທະກັນລະຫວ່າງປາແລັດສະຕິນ ແລະອິດສະຣາແອນຍາກທີ່ຈະລະງັດໄດ້ ຈຸດຢືນຂອງອາເມຣິກາພາໃຫ້ປະຊາຊົນເກີດຄວາມຄຽດແຄ້ນ

2023-10-22 14:40:36 cri

 

ວັນທີ 20 ຕຸລານີ້, ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາໄດ້ຍື່ນຄຳຮ້ອງຂໍງົບປະມານພິເສດທີ່ມີມູນຄ່າປະມານ 106 ຕື້ໂດລາຕໍ່ລັດຖະສະພາອາເມຣິກາ, ໃນນັ້ນ ຈຳນວນ 14,3 ຕື້ໂດລາຈະໃຊ້ເຂົ້າໃນການຊ່ວຍເຫຼືອທາງການທະຫານຕໍ່ອິດສະຣາແອນ.

 

ນອກນີ້, ອາເມຣິກາຍັງໄດ້ອອກແຮງສຸດຂີດຂັດຂວາງຄວາມພະຍາຍາມຂອງປະຊາຄົມໂລກໃນການແກ້ໄຂການປະທະກັນໃນລະດັບສະພາຄວາມໝັ້ນຄົງ. ຫຼັງຈາກວັນທີ 16 ຕຸລານີ້, ອາເມຣິກາໄດ້ລົງຄະແນນສຽງຄັດຄ້ານຮ່າງມະຕິທີ່ສະເໜີໂດຍຣັດເຊຍກ່ຽວກັບບັນຫາມະນຸດສະທຳຢູ່ເຂດກາຊາ, ຕໍ່ມາໃນວັນທີ 18 ຕຸລານີ້, ອາເມຣິກາໄດ້ຄັດຄ້ານຮ່າງມະຕິທີ່ສະເໜີໂດຍເບຣຊິນ. ຮ່າງມະຕິດັ່ງກ່າວໄດ້ຮັບສຽງເຫັນດີຈາກ 12 ປະເທດສະມາຊິກສະພາຄວາມໝັ້ນຄົງ, ມີພຽງແຕ່ອາເມຣິກາປະເທດດຽວໄດ້ລົງຄະແນນສຽງຄັດຄ້ານ, ເຮັດໃຫ້ຮ່າງມະຕິບໍ່ຜ່ານການຮັບຮອງ.

 

ການກະທຳຂອງອາເມຣິກາໄດ້ເຮັດໃຫ້ເກີດການປະທ້ວງຈາກປະຊາຊົນຢູ່ໃນຫຼາຍປະເທດ. ເມື່ອບໍ່ດົນມານີ້, ຢູ່ນອກສະຖານທູດອາເມຣິກາປະຈຳຊ໋ອກດານີ ແລະລີບັງ, ປະຊາຊົນໄດ້ໂຮມຊຸມນຸມ, ຮ້ອງຄຳຂວັນຄັດຄ້ານອາເມຣິກາ, ປະທ້ວງອາເມຣິກາເຂົ້າຂ້າງອິດສະຣາແອນ. ຢູ່ນະຄອນຫຼວງເຕຮາຣານປະເທດອີຣານ, ປະຊາຊົນໄດ້ຈັດການປະທ້ວງຢູ່ໃຈກາງເມືອງ, ຈູດທຸງຊາດອິດສະຣາແອນ ແລະອາເມຣິກາ.

 

ຢູ່ພາຍໃນປະເທດອາເມຣິກາເອງ, ຜູ້ປະທ້ວງຈຳນວນຫຼາຍຮ້ອຍຄົນໄດ້ຈັດການປະທ້ວງຢູ່ຕຶກສຳນັກງານສະພາຕ່ຳອາເມຣິກາເມື່ອບໍ່ດົນມານີ້, ຮ້ອງຄຳຂວັນ “ໃຫ້ກາຊາມີຊີວິດ”, ຮຽກຮ້ອງໃຫ້ປາແລັດສະຕິນ ແລະອິດສະຣາແອນຢຸດຍິງ, ຜູ້ປະທ້ວງຫຼາຍຄົນຖືກຕຳຫຼວດຈັບ. ຢູ່ປະເທດຝຣັ່ງ, ມີປະຊາຊົນຫຼາຍພັນຄົນໄດ້ເຂົ້າຮ່ວມການໂຮມຊຸມນຸມເພື່ອສະໜັບສະໜູນປະຊາຊົນປາແລັດສະຕິນຢູ່ໃຈກາງນະຄອນຫຼວງປາຣີ.