ລັດຖະມົນຕີກະຊວງປ້ອງກັນປະເທດອິດສະຣາແອນກ່າວວ່າ: ການໂຈມຕີຕໍ່ເຂດກາຊາທາງພາກພື້ນດິນຂອງກອງທັບອິດສະຣາແອນອາດຈະດຳເນີນເປັນເວລາ 3 ເດືອນ

2023-10-23 15:28:51 CRI

 

ວັນທີ 22 ຕຸລານີ້, ທ່ານໂຢອາຟ ກາລານ, ລັດຖະມົນຕີກະຊວງປ້ອງກັນປະເທດອິດສະຣາແອນກ່າວວ່າ: ການໂຈມຕີຕໍ່ເຂດກາຊາທາງພາກພື້ນດິນຂອງກອງທັບອິດສະຣາແອນອາດຈະດຳເນີນເປັນເວລາ 3 ເດືອນ.

 

ທ່ານໂຢອາຟ ກາລານໄດ້ກ່າວຢູ່ກອງບັນຊາການກອງທັບອາກາດທີ່ນະຄອນແຕນອາວີຟວ່າ: ຖ້າວ່າອິດສະຣາແອນດັບສູນຂະບວນການຕໍ່ຕ້ານຂອງອິສລາມິກປາແລັດສະຕິນຫຼື ຮາມັສຢ່າງສຳເລັດຜົນ, ນີ້ຈະແມ່ນການໂຈມຕີທາງພາກພື້ນດິນຄັ້ງສຸດທ້າຍຕໍ່ເຂດກາຊາຂອງກອງທັບອິດສະຣາແອນ. “ຄັ້ງນີ້ຕ້ອງການເວລາ 1 ເດືອນ, ສອງເດືອນຈົນຮອດສາມເດືອນ, ແຕ່ວ່າສຸດທ້າຍຈະບໍ່ມີຮາມັສອີກແລ້ວ.”