ກອງທັບຊູດັງແຈ້ງວ່າຈະຟື້ນຟູການເຈລະຈາສັນຕິພາບໂດຍໄວໃນມໍ່ໆນີ້

2023-10-23 15:30:03 CRI

 

ວັນທີ 22 ຕຸລານີ້, ກອງທັບຊູດັງແຈ້ງໃຫ້ຮູ້ວ່າ: ຈະຟື້ນຟູການເຈລະຈາສັນຕິພາບກັບກອງທັບຊ່ວຍເຫຼືອດ່ວນຫຼື RSF ໄວຂອງຊູດັງຢູ່ນະຄອນເຈດດາເຊິ່ງເປັນເມືອງທ່າກຳປັ່ນຂອງອາຣັບບີຊາອຸດິດໃນວັນທີ 26 ຕຸລານີ້.

 

ທ່ານຊາມສ໌ ຄາບບາຊີ, ຮອງຜູ້ບັນຊາການກອງທັບຊູດັງໄດ້ກ່າວຕໍ່ນາຍແລະພົນທະຫານຢູ່ຖານທັບແຫ່ງໜຶ່ງທາງພາກຕາເວັນຕົກຂອງນະຄອນຫຼວງຄາກທູມໃນມື້ດຽວກັນວ່າ: ກອງທັບຊູດັງໄດ້ຮັບຄຳເຊີນໃຫ້ເຂົ້າຮ່ວມການຟື້ນຟູການເຈລະຈາສັນຕິພາບຢູ່ນະຄອນເຈດດາ, ຈະສົ່ງຄະນະຜູ້ແທນໄປເຂົ້າຮ່ວມການເຈລະຈາທີ່ຈະຈັດຂຶ້ນໃນວັນທີ 26 ຕຸລານີ້. ແຕ່ວ່າທ່ານບໍ່ໄດ້ກ່າວເຖິງຝ່າຍເຊື້ອເຊີນຢ່າງຈະແຈ້ງ.

 

ໃນທ້າຍເດືອນກໍລະກົດປີນີ້, ກອງທັບຊູດັງປະກາດວ່າ: ຍ້ອນວ່າຍັງມີຄວາມຂັດແຂ້ງກ່ຽວກັບບັນດາທາດແທ້ຈຳນວນໜຶ່ງ, ຈຶ່ງຕັດສິນຍຸດຕິ “ການເຈລະຈາບໍ່ ໂດຍກົງ” ກັບກອງທັບຊ່ວຍເຫຼືອດ່ວນຂອງຊູດັງຢູ່ນະຄອນເຈດດາ.

 

ອີງຕາມແຈ້ງການຂອງກະຊວງສາທາລະນະສຸກຂອງຊູດັງໃຫ້ຮູ້ວ່າ: ຈາກການປະທະກັນຢ່າງຕໍ່ເນື່ອງໄດ້ເຮັດໃຫ້ມີຜູ້ເສຍຊີວິດ 3000 ກວ່າຄົນ, ແລະບາດເຈັບ 6.000 ກວ່າຄົນ. ອີງຕາມຕົວເລກທີ່ກ່ຽວຂ້ອງຂອງອົງການສະຫະປະຊາຊາດໃຫ້ຮູ້ວ່າ: ການປະທະກັນເຮັດໃຫ້ຄົນຊູດັງ 5.800.000 ຄົນຫຼົບໜີອອກຈາກບ້ານເກີດເມືອງນອນຂອງຕົນ.