ເຄື່ອງຊ່ວຍເຫຼືອດ້ານມະນຸດສະທຳງວດທີ 2 ຖືກຂົນສົ່ງຈາກດ່ານຊາຍແດນຣາຟາເຂົ້າໄປໃນເຂດກາຊາແລ້ວ

2023-10-23 15:27:21 CRI

 

ວັນທີ 22 ຕຸລານີ້, ລົດບັນທຸກເຄື່ອງຊ່ວຍເຫຼືອດ້ານມະນຸດສະທຳ 17 ຄັນໄດ້ຜ່ານດ່ານຣາຟາຂອງເອຢິບເຂົ້າໄປໃນເຂດກາຊາແລ້ວ. ນີ້ແມ່ນການຂົນສົ່ງເຄື່ອງຊ່ວຍເຫຼືອມະນຸດສະທຳງວດທີ 2 ຈາກດ່ານຊາຍແດນຣາຟາເຂົ້າໄປໃນເຂດກາຊານັບແຕ່ວັນທີ 21 ຕຸລານີ້ເປັນຕົ້ນມາ.

 

ຢູ່ດ່ານຊາຍແດນຣາຟາຂອງເອຢິບ, ອາສາສະໝັກຂອງອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານເອຢິບຄົນໜຶ່ງກ່າວໃນເວລາໃຫ້ສຳພາດຕໍ່ນັກຂ່າວຂອງຂ່າວສານຊິນຮວາວ່າ: ເຄື່ອງຊ່ວຍເຫຼືອງວດນີ້ໄດ້ຮັບການບໍລິຈາກໂດຍສະພາຊີກວົງເດືອນແດງແລະອົງການຈັດຕັ້ງອື່ນໆຂອງເອຢິບ, ເຊິ່ງລວມມີອາຫານ, ອຸປະກອນປິ່ນປົວ, ນ້ຳດື່ມ, ຜ້າຫົ່ມ, ເຄື່ອງນຸ່ງຫົ່ມແລະອື່ນໆ, ເຊິ່ງຈະຖືກມອບໃຫ້ຜູ້ເຮັດວຽກຂອງອົງການສະຫະປະຊາຊາດ, ສະພາຊີກວົງເດືອນແດງຂອງປາແລັດສະຕິນແລະຄະນະກຳມະການສະພາກາແດງສາກົນຢູ່ເຂດກາຊາ.