ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ຊຸກຍູ້ການພັດທະນາເສດຖະກິດ ແລະອຸດສາຫະກຳຂອງປະເທດຕຣີນິດັດ ແລະໂຕບາໂກ

2023-10-23 16:41:10 cri

 

ເມື່ອບໍ່ດົນມານີ້, ທ່ານນາງໂກປີ ສະກູນ ລັດຖະມົນຕີກະຊວງການຄ້າ ແລະອຸດສາຫະກຳຕຣີນິດັດ ແລະໂຕບາໂກໄດ້ໃຫ້ສຳພາດຕໍ່ນັກຂ່າວຂອງສຳນັກງານຂ່າວສານຊິນຮວາຢູ່ນະຄອນຫຼວງພອດອ້ອຟສະເປັນຂອງຕຣີນິດັດ ແລະໂຕບາໂກວ່າ: ບໍ່ວ່າທາງດ້ານທິດສະດີ ຫຼືພຶດຕິກຳ, ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ແມ່ນມີຄວາມໝາຍທີ່ສຳຄັນ. ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ມີການເຊື່ອມໂຍງເຊື່ອມຈອດດ້ານຍຸດທະສາດແຫ່ງການພັດທະນາກັບບັນດາປະເທດທີ່ກ່ຽວຂ້ອງລວມທັງປະເທດຕຣີນິດັດ ແລະໂຕບາໂກ, ສະໜອງໂອກາດການພັດທະນາໃຫ້ບັນດາປະເທດ, ຊ່ວຍໃຫ້ປະເທດອື່ນໆເຊື່ອມໂຍງເຂົ້າກັບລະບົບຕ່ອງໂສ້ມູນຄ່າເພີ່ມຂອງໂລກໄດ້ດີຂຶ້ນ.

 

ທ່ານນາງກ່າວຕື່ມວ່າ: ໂດຍຜ່ານຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”, ຂ້າພະເຈົ້າເຫັນວ່າ: ຕຣີນິດັດ ແລະໂຕບາໂກ-ຈີນໄດ້ລົງເລິກເສີມຂະຫຍາຍສາຍພົວພັນສອງຝ່າຍຢ່າງບໍ່ຢຸດຢັ້ງ, ເພີ່ມທະວີການຮ່ວມືດ້ານເສດຖະກິດ-ການຄ້າ. ໃນຊຸມປີຜ່ານມາ, ມີປະຊາຊົນຕຣີນິດັດ ແລະໂຕບາໂກນັບມື້ນັບຫຼາຍຂຶ້ນໄດ້ມີໂອກາດເຂົ້າຮ່ວມການຝຶກອົບຮົມ ແລະການແລກປ່ຽນໃນຂົງເຂດຕ່າງໆຢູ່ຈີນ ເພື່ອຮຽນຮູ້ປະສົບການດ້ານການພັດທະນາຂອງຈີນ.

 

ທ່ານນາງໂກປີ ສະກູນ ຈະນຳພາຄະນະເຂົ້າຮ່ວມງານວາງສະແດງສິນຄ້າຂາເຂົ້າສາກົນຈີນຄັ້ງທີ 6 ແລະກອງປະຊຸມສຸດຍອດນັກທຸລະກິດຈີນ-ອາເມຣິກາລາຕິນຄັ້ງທີ 16 ຢູ່ຈີນໃນຕົ້ນເດືອນພະຈິກປີນີ້. ທ່ານນາງກ່າວວ່າ: ຄະນະຜູ້ແທນຈະແນະນຳຜະລິດຕະພັນທີ່ມີຄຸນນະພາບສູງຂອງຕຣີນິດັດ ແລະໂຕບາໂກໃຫ້ຕະຫຼາດຈີນຕື່ມອີກ, ດຶງດູດນັກລົງທຶນຈີນໄປລົງທຶນຢູ່ຕຣີນິດັດ ແລະໂຕບາໂກ, ຊ່ວຍພັດທະນາການຜະລິດຂອງຕຣີນິດັດ ແລະໂຕບາໂກ, ຊຸກຍູ້ຄວາມກ້າວໜ້າຂອງເສດຖະກິດຕຣີນິດັດ ແລະໂຕບາໂກ.