ກອງປະຊຸມລັດຖະມົນຕີເສດຖະກິດການຄ້າຈີນ-ຄະນະກຳມະການຮ່ວມມືປະເທດອາຣັບເຂດອ່າວເປີເຊຍ 6+1 ໄດ້ຮັບຜົນສຳເລັດຢ່າງຕັ້ງໜ້າ

2023-10-23 15:31:11 CRI

 

ວັນທີ 22 ຕຸລານີ້, ກອງປະຊຸມລັດຖະມົນຕີເສດຖະກິດການຄ້າລະຫວ່າງຈີນ-ຄະນະກຳມະການຮ່ວມມືປະເທດອາຣັບເຂດອ່າວເປີເຊຍ 6+1 ໄດ້ຈັດຂຶ້ນຢູ່ນະຄອນກວາງໂຈວຂອງຈີນ. ກອງປະຊຸມໄດ້ສຸມໃສ່ການຈັດຕັ້ງປະຕິບັດມາດຕະການເສດຖະກິດການຄ້າຂອງກອງປະຊຸມສຸດຍອດລະຫວ່າງຈີນ-ຄະນະກຳມະການຮ່ວມມືປະເທດອາຣັບເຂດອ່າວເປີເຊີຍຄັ້ງທຳອິດ, ໄດ້ບັນລຸຄວາມເຫັນທີ່ເປັນເອກະພາບກັນຢ່າງກວ້າງຂວາງກ່ຽວກັບການຮ່ວມກັນປົກປ້ອງກົນໄກການຄ້າຫຼາຍຝ່າຍ, ການຊຸກຍູ້ການລົງທຶນເຊິ່ງກັນແລະກັນ, ການລົງເລິກການຮ່ວມມືດ້ານຕ່ອງໂສ້ການຜະລິດແລະຕ່ອງໂສ້ການສະໜອງ, ການຍົກສູງລະດັບການເຊື່ອມຕໍ່ກັນ, ການຊຸກຍູ້ການຫັນປ່ຽນຮູບແບບດ້ານພະລັງງານແລະຫົວຂໍ້ເປິກສາຫາລືອື່ນໆ, ໄດ້ຮັບຮອງ “ຖະແຫຼງການຮ່ວມກ່ຽວກັບການລົງເລິກການຮ່ວມມືດ້ານເສດຖະກິດການຄ້າຂອງລັດຖະມົນຕີກະຊວງເສດຖະກິດການຄ້າລະຫວ່າງ ສປຈີນແລະປະເທດສະມາຊິກຄະນະກຳມະການຮ່ວມມືປະເທດອາຣັບເຂດອ່າວເປີເຊຍ”.

 

ຕາມຂ່າວແຈ້ງວ່າ: ກອງປະຊຸມລັດຖະມົນຕີຄັ້ງນີ້ແລະເວທີເປິກສາຫາລືການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນ-ຄະນະກຳມະການຮ່ວມມືປະເທດອາຣັບເຂດອ່າວເປີເຊຍທີ່ຈັດຂຶ້ນໃນເວລາດຽວກັນ, ແມ່ນມາດຕະການທຳອິດໃນການເຄື່ອນໄຫວປະຕິບັດ 8 ລາຍການທີ່ຈີນສະໜັບສະໜູນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງໃນຂົງເຂດການຄ້າ.