ທ່ານຫວາງຢີ້ສົນທະນາທາງໂທລະສັບກັບລັດຖະມົນຕີການຕ່າງປະເທດອິດສະຣາແອນ ແລະປາແລັດສະຕິນຕາມລຳດັບ

2023-10-24 16:01:55 cri

 

ວັນທີ 23 ຕຸລານີ້, ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ, ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ສົນທະນາທາງໂທລະສັບກັບທ່ານອິລິ ໂກແຮນ ລັດຖະມົນຕີກະຊວງການຕ່າງປະເທດອິດສະຣາແອນ ແລະທ່ານຣີຢັດ ອານມາລິກີ ລັດຖະມົນຕີກະຊວງການຕ່າງປະເທດປາແລັດສະຕິນຕາມລຳດັບ.

 

ໃນການສົນທະນາທາງໂທລະສັບກັບທ່ານອິລິ ໂກແຮນ ລັດຖະມົນຕີກະຊວງການຕ່າງປະເທດອິດສະຣາແອນ, ທ່ານຫວາງຢີ້ກ່າວເນັ້ນວ່າ: “ແຜນການສອງປະເທດ” ແມ່ນຄວາມເຫັນທີ່ເປັນເອກະພາບກັນຂອງປະຊາຄົມໂລກ, ຫວັງວ່າປາແລັດສະຕິນ ແລະອິດສະຣາແອນຈະກັບຄືນສູ່ເສັ້ນທາງທີ່ຖືກຕ້ອງຕາມ “ແຜນການສອງປະເທດ” ໂດຍໄວເທົ່າທີ່ຈະໄວໄດ້, ຟື້ນຟູການເຈລະຈາຢ່າງສັນຕິ, ບັນລຸການຢູ່ຮ່ວມກັນໂດຍສັນຕິລະຫວ່າງສອງປະເທດ, ບັນລຸການດຳລົງຊີວິດຢ່າງກົມກຽວລະຫວ່າງຊາວອາຣັບ ແລະຊາວຢິວ.

 

ສ່ວນໃນການສົນທະນາທາງໂທລະສັບກັບທ່ານຣີຢັດ ອານມາລິກີ ລັດຖະມົນຕີກະຊວງການຕ່າງປະເທດປາແລັດສະຕິນ, ທ່ານຫວາງຢີ້ກ່າວເນັ້ນວ່າ: ຈີນຮຽກຮ້ອງໃຫ້ຈັດກອງປະຊຸມສັນຕິພາບສາກົນທີ່ມີສິດອຳນາດ, ກວ້າງຂວາງ ແລະມີປະສິດທິຜົນຫຼາຍກວ່າເກົ່າ, ຊຸກຍູ້ໃຫ້ປາແລັດສະຕິນ ແລະອິດສະຣາແອນຟື້ນຟູການເຈລະຈາຢ່າງສັນຕິໂດຍໄວເທົ່າທີ່ຈະໄວໄດ້ ແລະຈັດຕາຕະລາງເວລາ ລວມທັງແຜນທີ່ເສັ້ນທາງສະເພາະ. ພວກເຮົາຈະສືບຕໍ່ຢືນຢູ່ຂ້າງຂອງຄວາມຍຸຕິທຳ ແລະຄວາມເປັນທຳສາກົນ, ຮ່ວມກັບປະຊາຄົມໂລກ, ພະຍາຍາມຢ່າງບໍ່ລົດລະເພື່ອຊຸກຍູ້ໃຫ້ບັນຫາປະແລັດສະຕິນໄດ້ຮັບການແກ້ໄຂຢ່າງຮອບດ້ານ, ຍຸຕິທຳ ແລະຖາວອນໂດຍໄວ.