ກອງປະຊຸມເຈົ້າໜ້າທີ່ລະດັບສູງຂອງເວທີເປິກສາຫາລືການຮ່ວມມືຈີນ-ອາຟຣິກາຄັ້ງທີ 16 ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ

2023-10-24 15:08:35 cri

 

ວັນທີ 23 ຕຸລານີ້, ກອງປະຊຸມເຈົ້າໜ້າທີ່ລະດັບສູງຂອງເວທີເປິກສາຫາລືການຮ່ວມມືຈີນ-ອາຟຣິກາຄັ້ງທີ 16 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ເຊິ່ງໄດ້ຮັບຟັງ ແລະພິຈາລະນາບົດລາຍງານຂອງຈີນກ່ຽວກັບສະພາບການຈັດຕັ້ງປະຕິບັດຜົນສຳເລັດກອງປະຊຸມລັດຖະມົນຕີຄັ້ງທີ 8 ຂອງເວທີເປິກສາຫາລືການຮ່ວມມືຈີນ-ອາຟຣິກາ ແລະໄດ້ແລກປ່ຽນຄວາມຄິດເຫັນດ້ານວຽກງານກະກຽມກອງປະຊຸມເວທີເປິກສາຫາລືຄັ້ງໃໝ່ໃນປີ 2024.

 

ທ່ານເດມບາບາ ທີ່ເປິກສາວຽກງານການຕ່າງປະເທດຜູ້ທີ 1 ຂອງປະທານາທິບໍດີເຊເນການທີ່ເປັນປະທານຮ່ວມຂອງເວທິເປິກສາຫາລືການຮ່ວມມືຈີນ-ອາຟຣິກາໄດ້ກ່າວປາໄສວ່າ: ນັບແຕ່ເວທີເປິກສາສ້າງຕັ້ງຂຶ້ນເປັນຕົ້ນມາ, ອາຟຣິກາ ແລະຈີນໄດ້ຕັ້ງໜ້າຊຸກຍູ້ການພັດທະນາສາຍພົວພັນອາຟຣິກາ-ຈີນບົນພື້ນຖານເປັນມິດ, ເຄົາລົບເຊິ່ງກັນ ແລະກັນ, ໄວ້ເນື້ອເຊື່ອໃຈກັນ ແລະແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ຂອບໃຈຈີນທີ່ປະຕິບັດໂຄງການກໍ່ສ້າງພື້ນຖານໂຄງລ່າງຈຳນວນຫຼາຍຢູ່ບັນດາປະເທດອາຟຣິກາ, ນຳໃຊ້ຜົນງານການຮ່ວມມືຢ່າງຫຼວງຫຼາຍມາຢັ້ງຢືນເວທິເປິກສາຫາລືການຮ່ວມມືຈີນ-ອາຟຣິກາແມ່ນກົນໄກການຮ່ວມມືທີ່ມີຄວາມສາມັກຄີ, ຄວາມໝັ້ນຄົງ ແລະມີປະສິດທິພາບສູງ, ມີພື້ນທີ່ການພັດທະນາອັນໃຫຍ່ຫຼວງໃນອະນາຄົດ.

 

ເຈົ້າໜ້າທີ່ລະດັບສູງ ແລະຜູ້ຕາງໜ້າຈາກອາຟຣິກາທີ່ເຂົ້າຮ່ວມກອງປະຊຸມດັ່ງກ່າວໄດ້ຕີລາຄາສູງຕໍ່ຜົນສຳເລັດຂອງການພົວພັນຈີນ-ອາຟຣິກາ ແລະເວທີເປິກສາຫາລືການຮ່ວມມືຈີນ-ອາຟຣິກາ, ພ້ອມທັງເຫັນເປັນເອກະພາບກັນວ່າ: ນັບແຕ່ການສະເໜີຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ເປັນເວລາ 10 ປີມານີ້, ບົນຈິດໃຈເຄົາລົບເຊິ່ງກັນ ແລະກັນ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດ, ຈີນໄດ້ນຳໃຊ້ມາດຕະການທີ່ເປັນຮູບປະທຳຕົວຈິງສະໜັບສະໜູນການພັດທະນາແບບຍືນຍົງຂອງອາຟຣິກາ. ອາຟຣິກາຍິນດີພະຍາຍາມຮ່ວມກັບຈີນ, ຈັດຕັ້ງປະຕິບັດແຜນແມ່ບົດການຮ່ວມມືທີ່ກຳນົດໂດຍຜູ້ນຳອາຟຣິກາ ແລະຈີນ, ເພື່ອຊຸກຍູ້ການຮ່ວມມືອາຟຣິກາ-ຈີນກ້າວຂຶ້ນສູ່ລະດັບໃໝ່, ຈັບມືກັນພະຍາຍາມບັນລຸການພັດທະນາ ແລະຄວາມຈະເລີນຮຸ່ງເຮືອງຮ່ວມກັນຂອງປະຊາຊົນອາຟຣິກາ-ຈີນຈຳນວນ 2,7 ຕື້ຄົນ.

 

ກອງປະຊຸມເຈົ້າໜ້າທີ່ລະດັບສູງຂອງເວທີເປິກສາຫາລືການຮ່ວມມືຈີນ-ອາຟຣິກາຄັ້ງນີ້ມີເຈົ້າໜ້າທີ່ລະດັບສູງ ແລະຜູ້ຕາງໜ້າຈາກຈີນ, 53 ປະເທດອາຟຣິກາ, ຄະນະກຳມະການສະຫະພາບອາຟຣິກາ ແລະສະມາຊິກເວທີເປິກສາອື່ນໆ, ລວມທັງຜູ້ສັງເກດການຂອງອົງການຈັດຕັ້ງສາກົນ ແລະພາກພື້ນທັງໝົດເກືອບ 300 ຄົນໄດ້ເຂົ້າຮ່ວມ.