ຜູ້ຕາງໜ້າຖາວອນຈີນຮຽກຮ້ອງໃຫ້ຖືເອົາການຊຸກຍູ້ການຢຸດຍິງຢ່າງຮອບດ້ານລະຫວ່າງປາແລັດສະຕິນ ແລະອິດສະຣາແອນເປັນເປົ້າໝາຍບຸລິມະສິດ

2023-10-25 17:01:10 cri

 

ວັນທີ 24 ຕຸລານີ້, ທ່ານຈ່າງຈວິ່ນ ຜູ້ຕາງໜ້າຖາວອນຈີນປະຈຳອົງການສະຫະປະຊາຊາດກ່າວວ່າ: ຕ້ອງຖືເອົາການຊຸກຍູ້ການຢຸດຍິງຢ່າງຮອບດ້ານລະຫວ່າງປາແລັດສະຕິນ ແລະອິດສະຣາແອນເປັນເປົ້າໝາຍບຸລິມະສິດ.

 

ທ່ານກ່າວໃນກອງປະຊຸມອະພິປາຍໂດຍທົ່ວໄປກ່ຽວກັບບັນຫາປາແລັດສະຕິນ ແລະອິດສະຣາແອນຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດວ່າ: ຕໍ່ໜ້າຄວາມຮຽກຮ້ອງຢ່າງລົ້ນເຫຼືອຈາກປະຊາຄົມໂລກ, ສະພາຄວາມໝັ້ນຄົງຕ້ອງຮຽກຮ້ອງໃຫ້ຢຸດຍິງທັນທີດ້ວຍພາສາທີ່ຈະແຈ້ງ ແລະແນ່ນອນ.

 

ທ່ານກ່າວຕື່ມວ່າ: ຈຸດກຳເນີດການປະທະກັນລະຫວ່າງປາແລັດສະຕິນ ແລະອິດສະຣາແອນແມ່ນຜືນແຜ່ນດິນຂອງປາແລັດສະຕິນໄດ້ຖືກຍຶດຄອງຢ່າງຜິດກົດໝາຍມາແຕ່ດົນນານ, ສິດສ້າງຕັ້ງປະເທດທີ່ເປັນເອກະລາດຂອງປະຊາຊົນປາແລັດສະຕິນໄດ້ຖືກລະເລີຍມາເປັນເວລາດົນນານ, ສິດພື້ນຖານຂອງປະຊາຊົນປາແລັດສະຕິນບໍ່ໄດ້ຮັບການປົກປ້ອງມາເປັນເວລາດົນນານ. ນະໂຍບາຍພື້ນຖານເພື່ອແກ້ໄຂການປະທະກັນລະຫວ່າງປາແລັດສະຕິນ ແລະອິດສະຣາແອນແມ່ນຈັດຕັ້ງປະຕິບັດ “ແຜນການສອງປະເທດ”, ບັນລຸໃຫ້ປະແລັດສະຕິນ ແລະອິດສະຣາແອນຢູ່ຮ່ວມກັນໂດຍສັນຕິ.