ທ່ານສີຈິ້ນຜິງສົ່ງຈົດໝາຍອວຍພອນເຖິງງານລ້ຽງມອບລາງວັນປະຈຳປີຄະນະກຳມະການທົ່ວປະເທດການພົວພັນລະຫວ່າງອາເມຣິກາ-ຈີນ

2023-10-25 15:17:17 CRI

 

ວັນທີ 25 ຕຸລານີ້, ທ່ານສີຈິ້ນຜິງ, ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນໄດ້ສົ່ງຈົດໝາຍອວຍພອນເຖິງງານລ້ຽງມອບລາງວັນປະຈຳປີຄະນະກຳມະການທົ່ວປະເທດການພົວພັນລະຫວ່າງອາເມຣິກາ-ຈີນ.

 

ເນື່ອງໃນຈົດໝາຍຂອງທ່ານສີຈິ້ນຜິງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະກຳມະການທົ່ວປະເທດການພົວພັນລະຫວ່າງອາເມຣິກາ-ຈີນທີ່ໄດ້ຕັ້ງໜ້າພະຍາຍາມຊຸກຍູ້ການແລກປ່ຽນແລະການຮ່ວມມືໃນແຕ່ລະຂົງເຂດລະຫວ່າງຈີນ-ອາເມຣິກາມາໂດຍຕະຫຼອດ, ພ້ອມທັງສະແດງຄວາມຊົມເຊີຍຕໍ່ ດຣ ເຮນຣີ ກີຊີນເກີ, ອະດີດລັດຖະມົນຕີການຕ່າງປະເທດອາເມຣິກາທີີ່ໄດ້ຮັບລາງວັນ.

 

ເນື້ອໃນຈົດໝາຍຂອງທ່ານສີຈິ້ງຜິງໄດ້ຊີ້ອອກວ່າ: ໃນຖານະເປັນ 2 ປະເທດໃຫຍ່ຢູ່ໃນໂລກ, ການກຳນົດວິທີຢູ່່ຮ່ວມກັນຢ່າງຖືກຕ້ອງລະຫວ່າງຈີນ-ອາເມຣິກາໄດ້ຫຼືບໍ, ແມ່ນມີສ່ວນກ່ຽວພັນເຖິງການພັດທະນາໂດຍສັນຕິຂອງໂລກແລະຊາຕາກຳຂອງມວນມະນຸດ. ຈີນຍິນດີປະຕິບັດ 3 ຫຼັກການຄື: ເຄົາລົບເຊິ່ງກັນແລະກັນ, ຢູ່ຮ່ວມກັນໂດຍສັນຕິແລະຮ່ວມມືກັນໄດ້ຮັບຜົນປະໂຫຍດນຳກັນ, ຮ່ວມກັນກັບອາເມຣິກາຊຸກຍູ້ການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດກັນ, ຄວບຄຸມຄວາມຂັດແຍ້ງຢ່າງເໝາະສົມ, ຮ່ວມກັນຮັບມືກັບສິ່ງທ້າທາຍທີ່ມີລັກສະນະທົ່ວໂລກ, ໄດ້ຮັບຜົນສຳເລັດຮ່ວມກັນ, ມີຄວາມຈະເລີນຮຸ່ງເຮືອງນຳກັນ, ສ້າງຄວາມສຸກໃຫ້ແກ່ສອງປະເທດ, ສ້າງຜົນປະໂຫຍດໃຫ້ແກ່ທົ່ວໂລກ. ຫວັງວ່າຄະນະກຳມະການທົ່ວປະເທດການພົວພັນລະຫວ່າງອາເມຣິກາ-ຈີນແລະເພື່ອນມິດຈາກວົງການຕ່າງໆຈະສືບຕໍ່ເອົາໃຈໃສ່ແລະສະໜັບສະໜູນຕໍ່ການພົວພັນລະຫວ່າງຈີນ-ອາເມຣິກາ, ເສີມຂະຫຍາຍບົດບາດທີ່ມີລັກສະນະສ້າງສັນເຂົ້າໃນການຊຸກຍູ້ການຂະຫຍາຍການພົວພັນຢ່າງປອດໃສແລະໝັ້ນທ່ຽງລະຫວ່າງຈີນ-ອາເມຣິກາ.