ໄຂກອງປະຊຸມລັດຖະມົນຕີການທ່ອງທ່ຽວຂອງປະເທດບຣິກສປີ 2023

2023-10-25 11:25:43 CRI


     ວັນທີ 24 ຕຸລານີ້, ກອງປະຊຸມລັດຖະມົນຕີການທ່ອງທ່ຽວຂອງປະເທດບຣິກປີ 2023 ໄດ້ໄຂຂຶ້ນຢູ່ນະຄອນແຄັບທາວ ປະເທດອາຣິກາໃຕ້ ໂດຍມີທ່ານປາຣິເຊຍ ເດີລິເລ ລັດຖະມົນຕີກະຊວງການທ່ອງທ່ຽວອາຣິກາໃຕ້ເປັນປະທານກອງປະຊຸມ, ຜູ້ຮັບຜິດຊອບພາກສ່ວນການທ່ອງທ່ຽວຂອງບັນດາປະເທດສະມາຊິກເຊັ່ນ: ຈີນ ບຣາຊີນ ຣັດເຊຍ ອິນເດຍ ແລະອື່ນໆໄດ້ເຂົ້າຮ່ວມກອງປະຊຸມຄັ້ງນີ້, ຝ່າຍຕ່າງໆໄດ້ແລກປ່ຽນຄວາມຄິດເຫັນໂດຍປິ່ນອ້ອມເນື້ອໃນຕ່າງໆເຊັ່ນ ການລົງເລິກການແລກປ່ຽນແລະການຮ່ວມມືດ້ານການທ່ອງທ່ຽວລະຫວ່າງບັນດາປະເທດບຣິກສ ການຊຸກຍູ້ການພັດທະນາແບບຍືນຍົງຂອງການທ່ອງທ່ຽວ ແລະອື່ນໆ.

     ຜູ້ຕາງໜ້າຈາກປະເທດຕ່າງໆທີ່ເຂົ້າຮ່ວມກອງປະຊຸມໄດ້ມີຄວາມເຫັນເປັນເອກະພາບກັນວ່າ: ການທ່ອງທ່ຽວຂ້າມຊາດໄດ້ເຮັດໃຫ້ຄົນທີ່ຢູ່ປະເທດຕ່າງກັນ ຊົນເຜົ່າຕ່າງກັນ ແລະມີຄວາມເຊື່ອຖືທີ່ຕ່າງກັນນັ້ນໄດ້ມີໂອກາດພົວພັນແລະແລກປ່ຽນກັນຢ່າງໃກ້ຊິດ ເຊິ່ງມີຜົນດີຕໍ່ການລຶບລ້າງຄວາມເຫັນທີ່ລຳອຽງ ແລະບັນລຸຄວາມຮັບຮູ້ທີ່ເປັນເອກພາບກັນຢ່າງດີກວ່າເກົ່າ, ແລ້ວຊຸກຍູ້ອະລິຍະທຳມວນມະນຸດໃຫ້ມີຄວາມກ້າວໜ້າ. ຄອງຄອຍຖືເອົາກອງປະຊຸມຄັ້ງນີ້ເປັນໂອກາດ, ລົງເລິກການພົວພັນຄູ່ຮ່ວມດ້ານການທ່ອງທ່ຽວລະຫວ່າງປະເທດບຣິກສ, ຊຸກຍູ້ການພັດທະນາຂອງຂະແໜງການທ່ອງທ່ຽວພາຍຫຼັງການແພ່ລະບາດຂອງພະຍາດໂຄວິດ-19, ຊຸກຍູ້ການຟື້ນຟູເສດຖະກິດ-ສັງຄົມ, ການແລກປ່ຽນແລະຮ່ວມມືສາກົນ. ຜູ້ຕາງໜ້າປະເທດຕ່າງໆທີ່ເຂົ້າຮ່ວມກອງປະຊຸມຍັງຊີ້ໃຫ້ເຫັນເປັນພິເສດວ່າ: ກົນໄກການຮ່ວມມືບຣິກໄດ້ຕ້ອນຮັບສະມາຊິກໃໝ່ເຂົ້າຮ່ວມ ເຊິ່ງຈະລົງເລິກການແລກປ່ຽນຢ່າງສະເໝີພາບ ແລະການຖອດຖອນບົດຮຽນນຳກັນລະຫວ່າງບັນດາປະເທດໃນຂົງເຂດການແລປ່ຽນດ້ານວັດທະນະທຳທີ່ຖືເອົາການທ່ອງທ່ຽວເປັນຕົວແທນຕື່ມອີກ.