CMG ເລີ່ມດຳເນີນການຮ່ວມມືຮອບໃໝ່ກັບຂ່າວສານ AFP ຝຣັ່ງ

2023-10-26 11:38:40 CRI


     ວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ເລີ່ມດຳເນີນການຮ່ວມມືຮອບໃໝ່ກັບສຳນັກງານຂ່າວສານຝຣັ່ງ ຫຼື AFP . ວັນທີ 25 ຕຸລານີ້, ທ່ານເສິ້ນໄຫຊົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຄອມມູນິດຈີນ ຫົວໜ້າ CMG ແລະທ່ານຟາບຣິສ ຟຣິສ ຜູ້ອຳນວຍການໃຫຍ່ AFP ໄດ້ຕາງໜ້າສອງຝ່າຍລົງນາມໃນສັນຍາຮ່ວມມື. ອີງຕາມສັນຍາສະບັບນີ້, ສອງຝ່າຍຈະຖືເອົາງານກິລາໂອລິມປິກປາຣີເປັນໂອກາດ, ເພີ່ມທະວີການຮ່ວມມືດ້ານສື່ໃໝ່ ແລະປັນຍາປະດິດ, ບຸກເບີກຂົງເຂດການຮ່ວມມືໃຫ້ຂະຫຍາຍກວ້າງອອກຢ່າງຮອບດ້ານ.



     ໃນການເຈລະຈາ, ທ່ານຟາບຣິສ ຟຣິສກ່າວວ່າ: ປີ 2024 ມີຄວາມໝາຍຄັ້ງປະຫວັດສາດຕໍ່ສອງປະເທດຣັ່ງ-ຈີນ. ຝຣັ່ງ-ຈີນສ້າງສາຍພົວພັນທາງການທູດຄົບຮອບ 60 ປີ ແລະງານກິລາໂອລິປິກປາຣີໄດ້ສະໜອງໂອກາດທີ່ສຳຄັນໃຫ້ແກ່ການຮ່ວມມືລະຫວ່າງສອງຝ່າຍ.