ຫົວໜ້າCMGພົບປະເຈລະຈາກັບປະທານເວທີເປິກສາຫາລືເສດຖະກິດໂລກ

2023-10-26 16:03:59 cri

 

ວັນທີ 25 ຕຸລານີ້, ທ່ານເສີ້ນໄຫຊົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຄອມມູນິດຈີນ, ຫົວໜ້າວິທະຍຸໂທລະພາບສູນກາງຈີນຫຼືCMGໄດ້ພົບປະເຈລະຈາກັບທ່ານຄລາວສ ສວາບ ຜູ້ສ້າງຕັ້ງ ທັງເປັນປະທານຄະນະບໍລິຫານຂອງເວທີເປິກສາຫາລືເສດຖະກິດໂລກຢູ່ນະຄອນເຊີແນວຂອງສະວິດ, ສອງຝ່າຍໄດ້ແລກປ່ຽນຄວາມເຫັນກ່ຽວກັບການເສີມຂະຫຍາຍທ່າແຮງດ້ານຊັບພະຍາກອນຂອງຕົນ ແລະສືບຕໍ່ລົງເລິກການຮ່ວມມື.

 

ທ່ານສວາບໄດ້ສະແດງຄວາມຊົມເຊີຍ ແລະຂອບໃຈຕໍ່CMGທີ່ຕັ້ງໜ້າລາຍງານ ແລະເຂົ້າຮ່ວມເວທີເປິກສາຫາລືເສດຖະກິດໂລກມາໂດຍຕະຫຼອດ. ທ່ານກ່າວວ່າ: ການສຳພາດ ແລະການລາຍງານຂ່າວຂອງCMGແມ່ນເຕັມທີ່, ເລິກເຊິ່ງ ແລະເປັນມືອາຊີບ, ສະແດງໃຫ້ເຫັນເຖິງຄວາມຍຸຕິທຳ ແລະຄວາມຮັບຜິດຊອບຂອງສື່ມວນຊົນຫຼັກຂອງສາກົນ. ຫວັງວ່າຈະສາມາດຮ່ວມກັບCMG, ໝູນໃຊ້ຄວາມສາມາດເຜີຍແຜ່ ແລະຄວາມມີຊື່ສຽງຂອງຍີ່ຫໍ້ຕົນ, ເພີ່ມທະວີການສົນທະນາ ແລະການຮ່ວມມືດ້ານການພັດທະນາຂອງໂລກ, ການຮ່ວມມືສາກົນ, ກາລະໂອກາດ ແລະສິ່ງທ້າທາຍທີ່ນຳມາໂດຍປັນຍາປະດິດ ແລະຫົວຂໍ້ອື່ນໆ, ເພີ່ມທະວີຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈກັນ, ສ້າງກຳລັງແຮງເຂົ້າໃນການພັດທະນາເສດຖະກິດໂລກ.