ສປປ ເກົາຫຼີຈັດພິທີລະນຶກສົງຄາມຕໍ່ຕ້ານອາເມຣິກາຂອງກອງທັບອາສາສະໝັກປະຊາຊົນຈີນເພື່ອຊ່ວຍເຫຼືອ ສປປ ເກົາຫຼີຄົບຮອບ 73 ປີ

2023-10-26 11:51:01 CRI


     ວັນທີ 25 ຕຸລານີ້, ພິທີລະນຶກສົງຄາມຕໍ່ຕ້ານອາເມຣິກາຂອງກອງທັບອາສາສະໝັກປະຊາຊົນຈີນເພື່ອຊ່ວຍເຫຼືອ ສປ ເກົາຫຼີຄົບຮອບ 73 ປີໄດ້ຈັດຂຶ້ນຢູ່ອະນຸສາວະລີມິດຕະພາບ ນະຄອນຫຼວງພຽງຢາງຂອງສາທາລະນະລັດປະຊາຊົນປະຊາທິປະໄຕເກົາຫຼີ. ທ່ານຄາງຢຸນສົກ ຮອງປະທານຄະນະປະຈຳສະພາປະຊາຊົນສູງສຸດ ສປ ເກົາຫຼີ ແລະທ່ານຫວາງຢາວີ່ນ ເອກອັກຄະລັດຖະທູດຈີນປະຈຳ ສປ ເກົາຫຼີ ໄດ້ນຳພາຄະນະສອງຝ່າຍເຂົ້າຮ່ວມພິທີດັ່ງກ່າວ ເພື່ອສະແດງຄວາມໄວ້ອາໄລຢ່າງສຸດຊຶ້ງຕໍ່ວິລະຊົນທະຫານອາສາສະໝັກຈີນທີ່ໄດ້ເສຍສະຫຼະຊີວິດຢ່າງອົງອາດກ້າຫານໃນສົງຄາມຕໍ່ຕ້ານອາເມຣິກາເພື່ອຊ່ວຍເຫຼືອ ສປ ເກົາຫຼີ.




     ທ່ານຄາງຢຸນສົກໄດ້ຕີລາຄາສູງຕໍ່ຄວາມໝາຍປະຫວັດສາດທີ່ຍິ່ງໃຫຍ່ຂອງການເຂົ້າສູ່ ສປ ເກົາຫຼີເພື່ອເຂົ້າຮ່ວມສົງຄາມຕໍ່ຕ້ານອາເມຣິກາຂອງກອງທັບອາສາສະໝັກປະຊາຊົນຈີນ. ທ່ານກ່າວວ່າ: ໃນເວລາ ສປ ຈີນປະສົບຄວາມຫຍຸ້ງຍາກ ແລະຕ້ອງການການພັດທະນາ, ປະຊາຊົນຈີນໄດ້ສົ່ງກອງທັບອາສາສະໝັກທີ່ປະກອບດ້ວຍລູກຫຼານຜູ້ດີເດັ່ນຂອງຕົນມາຊ່ວຍເຫຼືອ ສປ ເກົາຫຼີ ເຊິ່ງໄດ້ມີຄວາມເສຍສະຫຼະຢ່າງຫຼວງຫຼາຍ ແລະປະກອບສ່ວນທີ່ບໍ່ສາມາດຫຼົງລືມໄດ້ຕໍ່ການໄດ້ຮັບໄຊຊະນະແຫ່ງສົງຄາມປົດປ່ອຍປະເທດຊາດຂອງ ສປ ເກົາຫຼີ ແລະການປົກປັກຮັກສາພາລະກິດການປະຕິວັດຮ່ວມກັນຂອງສອງປະເທດປ ເກົາຫຼີ-ຈີນ. ພັກ ລັດ ແລະປະຊາຊົນ ສປ ເກົຫຼີຈະບໍ່ຫຼົງລືມຄຸນງາມຄວາມດີທີ່ຍິ່ງໃຫຍ່ຂອງທະຫານອາສາສະໝັກປະຊາຊົນຈີນຕະຫຼອດກາລະນານ.