CMGບັນລຸການຮ່ວມມືກັບອົງການຊັບສິນທາງປັນຍາໂລກ

2023-10-27 14:54:10 cri

 

ວັນທີ 26 ຕຸລານີ້, ວິທະຍຸໂທລະພາບສູນກາງຈີນ ຫຼືCMGໄດ້ເຊັນສັນຍາຮ່ວມມືກັບອົງການຊັບສິນທາງປັນຍາໂລກຢູ່ນະຄອນເຊີແນວປະເທດສະວິດ, ສອງຝ່າຍຈະດຳເນີນການຮ່ວມມືເພື່ອເພີ່ມທະວີການປົກປ້ອງ ແລະໂຄສະນາຊັບສິນທາງປັນຍາ, ດຳເນີນກິດຈະກຳການແລກປ່ຽນສາກົນ ແລະອື່ນໆ. ທ່ານເສີ້ນໄຫຊົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຄອມມູນິດຈີນ, ຫົວໜ້າCMG ແລະທ່ານດາເຣນຕາງ ຜູ້ອຳນວຍການໃຫຍ່ອົງການຊັບສິນທາງປັນຍາໂລກໄດ້ຕາງໜ້າສອງຝ່າຍເຊັນສັນຍາໃນຄັ້ງນີ້.

 

ທ່ານເສີ້ນໄຫຊົງກ່າວວ່າ: ປີນີ້ແມ່ນຈີນກັບອົງການຊັບສິນທາງປັນຍາໂລກຮ່ວມມືກັນຄົບຮອບ 50 ປີ, ລັດຖະບານຈີນໄດ້ເອົາໃຈໃສ່ໃນລະດັບສູງຕໍ່ວຽກງານປົກປ້ອງຊັບສິນທາງປັນຍາ, ສະຕິຂອງທົ່ວສັງຄົມໃນການເຄົາລົບ ແລະປົກປ້ອງສິນຊັບສິນທາງປັນຍາໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ. ໃນຖານະທີ່ເປັນວິທະຍຸໂທລະພາບລະດັບຊາດ, CMGແມ່ນຜູ້ຕັ້ງໜ້າເຜີຍແຜ່ ແລະຊຸກຍູ້ການປົກປັກຮັກສາຊັບສິນທາງປັນຍາ, ຍັງແມ່ນຜູ້ໄດ້ຮັບຜົນປະໂຫຍດ. CMGຍິນດີສ້າງການພົວພັນຮ່ວມມືຢ່າງເລິກເຊິ່ງກັບອົງການຊັບສິນທາງປັນຍາໂລກ, ຮ່ວມກັນປະເຊີນໜ້າກັບກາລະໂອກາດ ແລະສິ່ງທ້າທາຍໃນການພັດທະນາເຕັກໂນໂລຊີໃໝ່ຢ່າງວ່ອງໄວ ເຊັ່ນ: ປັນຍາປະດິດໃນຍຸກດີຈີຕອນ ແລະອື່ນໆ, ນຳໃຊ້ກຳລັງຂອງສື່ມວນຊົນເພື່ອຊຸກຍູ້ການພັດທະນາລະບົບການຄຸ້ມຄອງຊັບສິນທາງປັນຍາໃນທົ່ວໂລກຕາມທິດທາງທີ່ຍຸຕິທຳ ແລະສົມເຫດສົມຜົນກວ່າເກົ່າ.