ຮອງລັດຖະມົນຕີກະຊວງການລົງທຶນອາຣັບບີ ຊາອຸດິດກ່າວວ່າ: ຄອງຄອຍວິສາຫະກິດຈີນຫຼາຍກວ່າເກົ່າຮ່ວມມືກັບອາຣັບບີ ຊາອຸດິດແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ

2023-10-27 16:14:57 cri

 

ເມື່ອບໍ່ດົນມານີ້, ທ່ານເຊເຈດ ອານ ແຄບທີ ຮອງລັດຖະມົນຕີກະຊວງການລົງທຶນອາຣັບບີ ຊາອຸດິດໄດ້ໃຫ້ສຳພາດຕໍ່ນັກຂ່າວສຳນັກຂ່າວສານຊິນຮວາຢູ່ນະຄອນຫຼວງຣີຢັດຂອງອາຣັບບີ ຊາອຸດິດວ່າ: ຂໍ້ລິເລີ່ມການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ແລະ “ວິໄສທັດຮອດປີ 2030” ຂອງອາຣັບບີ ຊາອຸດິດພວມເຊື່ອມຈອດເຂົ້າກັນຢ່າງເລິກເຊິ່ງ, ຈີນມີທ່າແຮງທີ່ເຂັ້ມແຂງໃນດ້ານພື້ນຖານໂຄງລ່າງ, ວິທະຍາສາດເຕັກນິກສູງ, ການຈໍລະຈອນສິນຄ້າ ແລະຂົງເຂດອື່ນໆ, ຄອງຄອຍວິສາຫະກິດຈີນຫຼາຍກວ່າເກົ່າຮ່ວມມືກັບອາຣັບບີ ຊາອຸດິດແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.

 

ທ່ານແຄບທີກ່າວຕື່ມວ່າ: ນອກຈາກຂົງເຂດພະລັງງານດັ້ງເດີມແລ້ວ, ອາຣັບບີ ຊາອຸດິດ ແລະຈີນຍັງມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງດ້ານການຮ່ວມມືໃນຂົງເຂດອຸດສາຫະກຳເຄມີ, ການຂຸດຄົ້ນບໍ່ແຮ່, ການຈໍລະຈອນສິນຄ້າ ແລະອື່ນໆ, ການຮ່ວມມືໃນຂົງເຂດການລົງທຶນດ້ານເສດຖະກິດການຄ້າລະຫວ່າງສອງຝ່າຍມີອະນາຄົດຢ່າງກວ້າງຂວາງ. ທ່ານກ່າວຕື່ມອີກວ່າ: ຄອງຄອຍວິສາຫະກິດຈີນທີ່ມີຄວາມສາມາດຫຼາຍກວ່າເກົ່າມາລົງທຶນຢູ່ອາຣັບບີ ຊາອຸດິດໂດຍກົງ, ຮ່ວມມືກັບວິສາຫະກິດອາຣັບບີ ຊາອຸດິດແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ລັດຖະບານອາຣັບບີ ຊາອຸດິດຍິນດີສະໜອງການສະໜັບສະໜູນ ແລະຄວາມສະດວກໃນຫຼາຍດ້ານຕໍ່ເລື່ອງນີ້.