ຫົວໜ້າສະຖາບັນຄົ້ນຄວ້າວຽກງານສາກົນຂອງຮົງກາຣີ: ຈີນບໍ່ແມ່ນການຂົ່ມຂູ່ຢ່າງເດັດຂາດ ແຕ່ແມ່ນໂອກາດທີ່ດີ

2023-10-27 15:06:18 CRI

 

“ພວກເຮົາເຫັນວ່າການຮ່ວມມືກັບຈີນມີຄວາມສຳຄັນຫຼາຍ, ຈີນບໍ່ແມ່ນການຂົ່ມຂູ່ຢ່າງເດັດຂາດ, ແຕ່ແມ່ນໂອກາດທີ່ດີ. ”ທ່ານເກລດເດນ ປັບປີນ, ຫົວໜ້າສະຖາບັນຄົ້ນຄວ້າວຽກງານສາກົນຂອງຮົງກາຣີກ່າວຄວາມເຫັນດັ່ງກ່າວໃນເວລາໃຫ້ສຳພາດຕໍ່ນັກຂ່າວຂອງສຳນັກຂ່າວສານຊິນຮວາໃນເວລາເຂົ້າຮ່ວມກອງປະຊຸມປະຈຳປີດ້ານການປະດິດສ້າງໃໝ່ຄັງປັນຍາໂລກຈີນຄັ້ງທີ 8 ທີ່ນະຄອນຫຼວງປັກກິ່ງໃນຫວ່າງບໍ່ດົນມານີ້.

 

ທ່ານເກລດເດນ ປັບປີນກ່າວວ່າ: ການຖືຈີນເປັນໂອກາດທີ່ດີຄວນກາຍເປັນພື້ນຖານຂອງການປະສານງານລະຫວ່າງເອີຣົບ-ຈີນ, ປະເທດສະມາຊິກສະຫະພາບເອີຣົບຄວນເບິ່ງຈີນໃນແງ່ນີ້. ຂໍ້ລິເລີ່ມການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ແມ່ນການສະແດງອອກທີ່ສຳຄັນຂອງໂອກາດຈີນ. ຂໍ້ລິເລີ່ມນີ້ໄດ້ສຸມໃສ່ບັນຫາພັດທະນາ, ຊຸກຍູ້ການເຊື່ອມໂຍງເຊື່ອມຈອດກັນ, ຖືເອົາການຊຸກຍູ້ການກໍ່ສ້າງພື້ນຖານໂຄງລ່າງ, ການເພີ່ມທະວີການໄປມາຫາສູ່ກັນລະຫວ່າງຄົນເປັນທິດທາງຊີ້ນຳ, ສອດຄ່ອງກັບຄວາມຮຽກຮ້ອງດ້ານການພັດທະນາຢ່າງຮີບດ່ວນຂອງແຕ່ລະປະເທດຢູ່ໃນໂລກ.

 

ຮົງກາລີແມ່ນປະເທດເອີຣົບທຳອິດທີ່ໄດ້ລົງນາມໃນເອກະສານການຮ່ວມມື “ໜຶ່ງແລວໜຶ່ງເສັ້ນທາງ” ກັບຈີນ, ການຮ່ວມມືໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ລະຫວ່າງສອງປະເທດໄດ້ຮັບຜົນສຳເລັດຢ່າງອຸດົມສົມບູນ. ທ່ານເກລດເດນ ປັບປີນກ່າວຕື່ມວ່າ, ຂໍ້ລິເລີ່ມການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ເຮັດໃຫ້ປະເທດເອີຣົບກາງແລະຕາເວັນອອກໄດ້ຮັບຜົນປະໂຫຍດຢ່າງຫຼວງຫຼາຍ, ຫວັງວ່າຈະມີປະເທດເອີຣົບເຂົ້າຮ່ວມການຮ່ວມມືດ້ານການຮ່ວມກັນສ້າງ“ໜຶ່ງແລວໜຶ່ງເສັ້ນທາງ” ຫຼາຍຂຶ້ນກວ່າເກົ່າ.