CMGຈັດງານວາງສະແດງທີ່ມີຫົວຂໍ້ “ອະລິຍະທຳແມ່ນຫຍັງ” ຢູ່ຫໍນາໆຊາດແຫ່ງສະວິດ

2023-10-27 14:53:28 cri

 

ວັນທີ 26 ຕຸລານີ້, ງານວາງສະແດງທີ່ມີຫົວຂໍ້ “ອະລິຍະທຳແມ່ນຫຍັງ” ທີ່ຈັດຂຶ້ນໂດຍວິທະຍຸໂທລະພາບສູນກາງຈີນ ຫຼືCMG, ສຳນັກງານອົງການສະຫະປະຊາຊາດປະຈຳນະຄອນເຊີແນວຂອງສະວິດ, ຄະນະຜູ້ຕາງໜ້າຖາວອນຈີນປະຈຳສຳນັກງານອົງການສປຊທີ່ເຊີແນວ ແລະອົງການຈັດຕັ້ງສາກົນອື່ນໆຢູ່ສະວິດໄດ້ໄຂຂຶ້ນຢ່າງເປັນທາງການຢູ່ຫໍນາໆຊາດ ຫຼືສຳນັກງານອົງການສປຊປະຈຳເຊີແນວ.

 

ງານວາງສະແດງຄັ້ງນີ້ໄດ້ນຳໃຊ້ເຕັກນິກດີຈີຕອນມາສ້າງຄວາມຮູ້ສຶກຄືກັບຢູ່ສະຖານທີ່ຕົວຈິງ, ເຮັດໃຫ້ຜູ້ຊົມປຽບເໝືອນໄດ້ທ່ຽວຢູ່ໃນຮ່ອງຮອຍບູຮານຈີນທີ່ສຳຄັນ 10 ແຫ່ງ ເຊັ່ນ: ຮ່ອງຮອຍວັດທະນະທຳຈຽງຈູ່, ຢິ່ນສວີ່ ຫຼືຮ່ອງຮອຍລາຊະວົງຊ່າງ, ຮ່ອງຮອຍສ່ານສິ່ງຕຸ່ຍ ແລະອື່ນໆ, ເພື່ອສະແດງໃຫ້ເຫັນຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງອະລິຍະທຳຈີນ.

 

ທ່ານເສີ້ນໄຫຊົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຄອມມູນິດຈີນ, ຫົວໜ້າວິທະຍຸໂທລະພາບສູນກາງຈີນຫຼືCMGໄດ້ກ່າວຄຳປາໄສວ່າ: ໂດຍຜ່ານງານວາງສະແດງຄັ້ງນີ້, ຫວັງວ່າຈະເຮັດໃຫ້ຜູ້ຊົມທັງພາຍໃນ ແລະຕ່າງປະເທດຮັບຮູ້ໄດ້ແຫຼ່ງກຳເນີດຂອງອະລິຍະທຳຈີນທີ່ມີປະຫວັດມາຫຼາຍກວ່າ 5.000 ປີ ແລະສຳຜັດໄດ້ຄວາມມີສະເໜ່ພິເສດຂອງອະລິຍະທຳຈີນທີ່ມີມາແຕ່ບູຮານນະການ.