ທ່ານຫວາງຢີ້: ຊຸກຍູ້ໃຫ້ການພົວພັນລະຫວ່າງຈີນ-ອາເມຣິກາກັບຄືນສູ່ວົງໂຄຈອນຢ່າງດີງາມ, ໝັ້ນທ່ຽງແລະມີການພັດທະນາແບບຍືນຍົງໂດຍໄວ

2023-10-27 14:11:44 CRI

 

ວັນທີ 26 ຕຸລານີ້, ທ່ານຫວາງຢີ້, ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ພົບປະເຈລະຈາກັບກັບທ່ານອັນໂຕນີ ບຣິນເຄນ, ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາຢູ່ນະຄອນຫຼວງວໍຊີງຕັນຂອງອາເມຣິກາ. ກ່ອນຈັດການພົບປະ, ສອງຝ່າຍໄດ້ພົບປະກັບນັກຂ່າວໃນເວລາສັ້ນ.


 

ທ່ານຫວາງຢີ້ກ່າວວ່າ: ຈີນ-ອາເມຣິກາເປັນສອງປະເທດໃຫຍ່ທີ່ມີຄວາມເຫັນແຕກຕ່າງກັນ, ມີຄວາມຂັດແຍ້ງກັນ, ແຕ່ໃນເວລາດຽວກັນສອງປະເທດກໍມີຜົນປະໂຫຍດຮ່ວມກັນທີ່ສຳຄັນ, ມີສິ່ງທ້າທາຍທີ່ຕ້ອງໄດ້ຮັບມືຮ່ວມກັນ. ສະນັ້ນ, ຈີນ-ອາເມຣິກາຕ້ອງໄດ້ຈັດການເຈລະຈາ, ບໍ່ພຽງແຕ່ຄວນຟື້ນຟູການເຈລະຈາເທົ່ານັ້ນ, ຍັງຕ້ອງລົງເລິກການເຈລະຈາ, ດຳເນີນການເຈລະຈາຢ່າງຮອບດ້ານ, ຜ່ານການເຈລະຈາເພື່ອເພີ່ມທະວີຄວາມເຂົ້າໃຈກັນ, ຫຼຸດຜ່ອນການຕັດສິນທີ່ຜິດພາດ, ສະແຫວງຫາແລະເປີດກວ້າງຄວາມເຫັນທີ່ເປັນເອກະພາບກັນຢ່າງບໍ່ຢຸດຢັ້ງ, ດຳເນີນການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ຊຸກຍູ້ໃຫ້ການພົວພັນລະຫວ່າງສອງປະເທດຍຸດຕິການຕົກຕ່ຳລົງແລະຟື້ນຟູຄວາມໝັ້ນທ່ຽງ, ກັບຄືນສູ່ວົງໂຄຈອນຢ່າງດີງາມ, ໝັ້ນທ່ຽງແລະມີການພັດທະນາແບບຍືຶນຍົງໂດຍໄວເທົ່າທີ່ຈະໄວໄດ້.