ທ່ານຫຼີສຽງເຂົ້າຮ່ວມກອງປະຊຸມຄັ້ງທີ 22 ຂອງສະພາຫົວໜ້າລັດຖະບານ(ນາຍົກ)ປະເທດສະມາຊິກອົງການຮ່ວມມືຊຽງໄຮ້

2023-10-27 11:57:03 CRI


     ຕອນເຊົ້າວັນທີ 26 ຕຸລານີ້, ທ່ານຫຼີສຽງ ນາຍົກລັດຖະມົນຕີຈີນໄດ້ເຂົ້າຮ່ວມກອງປະຊຸມຄັ້ງທີ 22 ຂອງສະພາຫົວໜ້າລັດຖະບານ(ນາຍົກລັດຖະມົນຕີ)ປະເທດສະມາຊິກອົງການຮ່ວມມືຊຽງໄຮ້ທີ່ຈັດຂຶ້ນຢູ່ນະຄອນຫຼວງບິເຄັກຂອງກຽກກິດສະຖານ. ທ່ານອາລິຮັນ ສະໄມລົຟ ນາຍົກລັດຖະມົນຕີກາຊັກສະຖານ, ທ່ານມິຄາອິວ ມິຊຸຕິນ ນາຍົກລັດຖະມົນຕີຣັດເຊຍ, ທ່ານຣາຊຸນໂຊດາ ໂຄເຮຍ ນາຍົກລັດຖະມົນຕີຕັດຈິກິດສະຖານ, ທ່ານອັບດຸນລາ ອາຣິປົຟ ນາຍົກລັດຖະມົນຕີອຸດສະເບກິດສະຖານ, ທ່ານໂມຮຳມັດ ມົກເບີ ຮອປະທານາທິບໍດີຜູ້ທີ 1 ຂອງອີຣານ, ລັດຖະມົນຕີການຕ່າງປະເທດຂອງອິນເດຍ ແລະປາກິດສະຖານ ພ້ອມດ້ວຍນາຍົກຈາກປະເທດສັງເກດການ ຄື: ທ່ານໂຣມັນ ໂກລົເຊນໂກ ນາຍົກລັດຖະມົນຕີເບຣາລຸດຊີ ແລະທ່ານລຸບຊັນນຳສະໄຣ ອໍຢຸນເອີເດນ ນາຍົກລັດຖະມົນຕີມົງໂກລີ ໄດ້ເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານອາຄິວເບັກ ຈາປາຣົຟ ນາຍົກລັດຖະມົນຕີກຽກກິດສະຖານເປັນປະທານກອງປະຊຸມ.

     ໃນເວລາກ່າວຄຳປາໄສ, ທ່ານຫຼີສຽງ ນາຍົກລັດຖະມົນຕີຈີນກ່າວວ່າ: ກອງປະຊຸມສຸດຍອດອົງການຮ່ວມມືຊຽງໄຮ້ທີ່ຈັດຂຶ້ນໃນເດືອນກໍລະກົດປີນີ້ໄດ້ບັນລຸຄວາມເຫັນທີ່ເປັນເອກະພາບກັນອັນສຳຄັນຕື່ມອີກກ່ຽວກັບການສົ່ງເສີມຈິດໃຈຊຽງໄຮ້ ສ້າງປະຊາຄົມຮ່ວມຊາຕາກຳອົງການຮ່ວມມືຊຽງໄຮ້ທີ່ແໜ້ນແຟ້ນກວ່າເກົ່າ, ໄດ້ກຳນົດໜ້າທີ່ຈຸດສຸມຢ່າງຈະແຈ້ງ, ຈີນຍິນດີຮ່ວມກັບບັນດາຝ່າຍ ຈັດຕັ້ງປະຕິບັດຕາມຈິດໃຈກອງປະຊຸມສຸດຍອດໃຫ້ດີ. ໃນກອງປະຊຸມສຸດຍອດຊາມາຄານທີ່ຈັດຂຶ້ນເມື່ອປີກາຍ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວເນັ້ນວ່າຕ້ອງຍຶດໝັ້ນຄວາມໄວ້ເນື້ອເຊື່ອໃຈກັນດ້ານການເມືອງ, ຍຶດໝັ້ນການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ຍຶດໝັ້ນກາປະຕິບັດຕໍ່ກັນຢ່າງສະເໝີພາບກັນ, ຍຶດໝັ້ນການເປີດປະຕູສູ່ພາຍນອກແລະຄວາມໂອບເອື້ອອາລີ, ຍຶດໝັ້ນຄວາມຍຸຕິທຳແລະຄວາມເປັນທຳ, ນີ້ແມ່ນບົດຮຽນທີ່ມີຜົນສຳເລັດໃນການພັດທະນາ ແລະເຕີບໂຕຂອງອົງການຮ່ວມມືຊຽງໄຮ້. ເມື່ອຈ້ອງມອງເບິ່ງອະນາຄົດ, ພວກເຮົາຕ້ອງຈື່ຈຳພາລະກຳເບື້ອງຕົ້ນຂອງຕົນໃຫ້ດີ, ຍຶດໝັ້ນເດີນຕາມເສັ້ທາງທີ່ຖືກຕ້ອງແລະມີຜົນສຳເລັດ, ກ້າວເດີນໄປສູ່ຈຸດໝາຍດຽວກັນ, ສະໜັບສະໜູນເຊິ່ງກັນແລະກັນພາຍໃຕ້ການຊີ້ນຳຂອງແນວຄິດການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ, ຊຸກຍູ້ການຮ່ວມມືໃນຂົງເຂດຕ່າງໆຢ່າງໜັກແໜ້ນ, ເພື່ອເພີ່ມຄວາມແນ່ນອນ ແລະກຳລັງແຮງທາງບວກຫຼາຍກວ່າເກົ່າເຂົ້າໃນສັນຕິພາບແລະການພັດທະນາຂອງພາກພື້ນແຫ່ງນີ້ກໍຄືຂອງໂລກ. ທ່ານຫຼີສຽງຍັງໄດ້ວາງຂໍ້ສະເໜີ 4 ຂໍ້ກ່ຽວກັບການລົງເລິກການຮ່ວມມືຂອງອົງການຮ່ວມມືຊຽງໄຮ້.

     ຝ່າຍຕ່າງໆທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ກ່າວວ່າ: ເຫັນດີໃຫ້ເພີ່ມທະວີການສ້າງສາກົນໄກອົງການຮ່ວມມືຊຽງໄຮ້, ປະຕິບັດຕາມລັດທິຫຼາຝ່າຍຢ່າງແທ້ຈິງ, ຮ່ວມກັນປົກປັກຮັກສາຄວາມໝັ້ນຄົງຂອງພາກພື້ນ, ຊຸກຍູ້ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ, ຊຸກຍູ້ໃຫ້ກົນໄກສາກົນພັດທະນາໄປສູ່ທິດທາງທີ່ໂອບເອື້ອອາລີກວ່າເກົ່າ ແລະເປັນແບບຍືນຍົງກວ່າເກົ່າ.

     ທ່ານຫຼີສຽງຮ່ວມກັບຜູ້ນຳປະເທດສະມາຊິກທີ່ເຂົ້າຮ່ວມກອງປະຊຸມໄດ້ລົງນາມແລະປະກາດຖະແຫຼງການຮ່ວມ ໂດຍໄດ້ອະນຸມັດຮັບຮອງເອກະສານແລະຂໍ້ຕົກລົງການຮ່ວມມືຫຼາຍສະບັບກ່ຽວກັບເສດຖະກິດການຄ້າ ທາງລົດໄຟ ການສ້າງສາກົນໄກ ແລະອື່ນໆ.