ງານວາງສະແດງພິເສດເອຢິບຂອງງານວາງສະແດງເຄື່ອນທີ່ຢູ່ທົ່ວໂລກ “ອະລິຍະທຳແມ່ນຫຍັງ” ໄຂຂຶ້ນຢູ່ເລີແກ

2023-10-28 11:20:06 CRI

 

   ວັນທີ 26 ຕຸລານີ້, ພິທີໄຂງານວາງສະແດງພິເສດເອຢິບຂອງງານວາງສະແດງເຄື່ອນທີ່ຢູ່ທົ່ວໂລກ “ອະລິຍະທຳແມ່ນຫຍັງ” ທີ່ຈັດຂຶ້ນໂດຍວິທະຍຸໂທລະພາບສູນກາງຈີນ ຫຼື CMG ຂຶ້ນຢູ່ສູນວັດທະນະທຳຈີນທີ່ນະຄອນຫຼວງເລີແກ. ທ່ານເຊີ້ນໄຫຊົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຄອມມູນິດຈີນ,ຜູ້ອຳນວຍການໃຫຍ່CMG ໄດ້ກ່າວຄຳປາໄສໂດຍຜ່ານທາງວິດີໂອ.



    ທ່ານເຊີ້ນໄຫຊົງກ່າວວ່າ, ໃນປະຫວັດສາດອັນຍາວນານ, ລະຫວ່າງອະລິຍະທຳຈີນ ກັບ ອະລິຍະທຳເອຢິບບູຮານ ຫຼາຍແສງສີສະຫຼັບສັບຊ້ອນກັນ ແລະ ຕ່າງຊ່ອຍຊູຍູ້ໜູນກັນ, ໄດ້ປະກອບສ່ວນອັນສຳຄັນເພື່ອຄວາມກ້າວໜ້າຂອງອະວິຍະທຳມະນຸດ. ປັດຈຸບັນ, ສັງຄົມມວນມະນຸດຜະເຊີນໜ້າກັບການປ່ຽນແປງຂະໜາດໃຫຍ່ີທີ່ບໍ່ເຄີຍມີມາກ່ອນໃນຮ້ອຍຮອບປີ, ປະຊາຊົນຈີນກຳລັງພະຍາຍາມສ້າງອະລິຍະທຳທັນສະໄໝຂອງປະຊາຊາດ ເພື່ອຊຸກຍູ້ອະລິຍະທຳມວນມະນຸດໃຫ້ໄດ້ຮັບການພັດທະນາໃໝ່. CMG ຈະປະກອບສ່ວນສະຕິປັນຍາ ແລະ ກຳລັງແຮງເພື່ອຊຸກຍູ້ໃຫ້ປະຊາຊົນຈີນ-ອາຣັບເຂົ້າໃຈກັນ ແລະ ສະໜິດສະໜົມກັນ ພ້ອມທັງຊຸກຍູ້ໃຫ້ສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຣັບ.