ມະຕິຂອງ ສປຊ ສ່ອງແສງໃຫ້ເຫັນຄວາມຮຽກຮ້ອງທີ່ແຮງກ້າຂອງປະຊາຄົມໂລກ

2023-10-28 15:43:22 CRI


    ວັນທີ 27 ຕຸລານີ້, ຫຼັງຈາກກອງປະຊຸມວິສາມັນຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດຮັບຮອງເອົາມະຕິຕົກລົງກ່ຽວກັບສະຖານະການປາແລັດສະຕີນ-ອິສະຣາແອນໃນປັດຈຸບັນແລ້ວ, ທ່ານ ຈ່າງຈວິ່ນ ຜູ້ຕາງໜ້າຖາວອນຂອງຈີນປະຈຳອົງການສະຫະປະຊາຊາດ ໄດ້ກ່າວຄຳເຫັນວ່າ: ຈີນສະແດງຄວາມຊົມເຊີຍຕໍ່ການຮັບຮອງເອົາມະຕິດັ່ງກ່າວດ້ວຍຄະແນນສຽງສູງໃນກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມຮຽກຮ້ອງທີ່ແຮງກ້າຂອງປະເທດສະມາຊິກ ສປຊ ສ່ວນຫຼາຍທີ່ສຸດທີ່ຮຽກຮ້ອງໃຫ້ຢຸດຍິງ. ຈີນຫວັງໃຫ້ມະຕິສະບັບດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດຢ່າງຮອບດ້ານ. ຈີນຍ້ອງຍໍໃນລະດັບສູງ ແລະຈະສືບຕໍ່ສະໜັບສະໜູນຢ່າງເດັດດ່ຽວຕໍ່ປະເທດອາຣັບ ແລະປະເທດອິດສະຣາມໃນການເສີມຂະຫຍາຍບົດບາດນຳພາໃນບັນຫາປາແລັດສະຕີນ.