ຝ່າຍທະຫານອາເມຣິກາກ່າວວ່າ,ກອງທະຫານອາເມຣິກາປະຈຳອີຣັກ ແລະ ຊີຣີໄດ້ຖືກໂຈມຕີ 16 ເທື່ອໃນເວລາໜຶ່ງອາທິດ

2023-10-28 11:09:33 CRI


    ວັນທີ 26 ຕຸລານີ້, ທ່ານແພດ ໄຣເດີ ໂຄສົກກະຊວງປ້ອງກັນປະເທດອາເມຣິກາກ່າວວ່າ: ໃນເວລາໜຶ່ງອາທິດທີ່ຜ່ານມາ, ກອງທະຫານອາເມຣິກາປະຈຳເຂດຕາເວັນອອກກາງໄດ້ຖືກໂຈມຕີຢ່າງໜ້ອຍ 16 ເທື່ອ,ໃນນັ້ນຢູ່ອີຣັກຖືກໂຈມຕີຢ່າງໜ້ອຍ 12 ເທື່ອ, ຢູ່ຊີຣີຖືກໂຈມຕີຢ່າງໜ້ອຍ 4 ເທື່ອ, ເຮັດໃຫ້ທະຫານໄດ້ຮັບບາດເຈັບ 20 ກວ່າຄົນ. ຜູ້ໂຈມຕີລ້ວນແຕ່ແມ່ນອົງການຈັດຕັ້ງທີ່ກ່ຽວຂ້ອງກັບອີຣານ.ເພື່ອຕອບໂຕ້ການໂຈມຕີເຫຼົ່ານີ້,ທະຫານພັນທະມິດທີ່ນຳໂດຍອາເມຣິກາໄດ້ເລີ່ມຊ້ອມຮົບຢູ່ຖານທີ່ໝັ້ນທີ່ອີຣັກ ແລະ ຊີຣີແລ້ວ.