CMG ແລະ ຄະນະກຳມະການໂອລິມປິກສາກົນເຊັນບົດບັນທຶກຄວາມເຂົ້າໃຈການຮ່ວມມື

2023-10-28 15:46:43 CRI


    ວັນທີ 27 ຕຸລານີ້, ທ່ານ ເຊີ້ນໄຫຊົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກກອມມູນິດຈີນ, ຜູ້ອຳນວຍການໃຫຍ່ວິທະຍຸໂທລະພາບສູນກາງຈີນ ແລະທ່ານ ໂທມັດ ບາເຮິ ປະທານຄະນະກຳມະການໂອລິມປິກສາກົນໄດ້ຕາງໜ້າສອງຝ່າຍເຊັນບົດບັນທຶກຄວາມເຂົ້າໃຈການຮ່ວມມື ຢູ່ສຳນັກງານໃຫຍ່ຄະນະກຳມະການໂອລິມປິກສາກົນທີ່ນະຄອນລາວຊັງ, ປະເທດສວີສ, ເພື່ອດຳເນີນການຮ່ວມມືຢ່າງຕໍ່ເນື່ອງ ແລະ ເລິກເຊິ່ງໃນຂົງເຂດຕ່າງໆເຊັ່ນ: ການລາຍງານຂ່າວການແຂ່ງຂັນງານກິລາໂອລິມປິກ, ເຜີຍແຜ່ວັດທະນະທຳໂອລິມປິກ ແລະອື່ນໆ.



    ອີງຕາມບົດບັນທຶກຄວາມເຂົ້າໃຈການຮ່ວມມື, ສອງຝ່າຍຈະສ້າງກົນໄກຮ່ວມມືຍາວນານໃນງານກິລາໂອລິມປິກປາຣີ 2024 ແລະງານກິລາໂອລິມປິກທຸກຄັ້ງໃນອະນາຄົດ, ດຳເນີນການຮ່ວມມືຢ່າງເລິກເຊິ່ງໃນການຖ່າຍທອດການແຂ່ງຂັນ ການນຳໃຊ້ເຕັກນິກ ແລະ ການບຸກເບີກຕະຫຼາດເປັນຕົ້ນ, ຊຸກຍູ້ການເຜີຍແຜ່ນ້ຳໃຈແລະ ວັດທະນະທຳໂອລິມປິກຢ່າງກວ້າງຂວາງ, ບັນລຸການພັດທະນາຮ່ວມກັນ.