ປະທານາທິບໍດີອາເມຣິກາພົບປະກັບທ່ານວາງຢີ້

2023-10-28 20:31:15 cri

    ວັນທີ 27 ຕຸລານີ້, ທ່ານໂຈ ໄບເດນ ປະທານາທິບໍດີອາເມຣິກາໄດ້ພົບປະກັບທ່ານ ວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນທີ່ໄປຢາມຢູ່ທຳນຽບຂາວ.

ທ່ານ ວາງຢີ້ ກ່າວວ່າ, ຈຸດປະສົງການຢ້ຽມຢາມຄັ້ງນີ້ກໍ່ເພື່ອແລກປ່ຽນຄວາມຄິດຄວາມເຫັນກັບອາເມຣິກາ, ຊຸກຍູ້ໃຫ້ການພົວພັນຈີນ-ອາເມຣິກາກັບຄືນສູ່ເສັ້ນທາງການພັດທະນາທີ່ປອດໃສ  ແລະ ໝັ້ນທ່ຽງໂດຍໄວ.

ທ່ານ ວາງຢີ້ ກ່າວວ່າ, ພວກເຮົາຕ້ອງຊຸກຍູ້ການພົວພັນຈີນ-ອາເມຣິກາໃຫ້ມີຄວາມໝັ້ນທ່ຽງ ແລະ ດີຂຶ້ນຢ່າງແທ້ຈິງ, ສິ່ງນີ້ບໍ່ພຽງແຕ່ສອດຄ່ອງກັບຜົນປະໂຫຍດຮາກຖານຂອງສອງປະເທດ ແລະ ປະຊາຊົນສອງຊາດເທົ່ານັ້ນ, ແຕ່ຍັງແມ່ນຄວາມຄອງຄອຍຮ່ວມຂອງປະຊາຄົມໂລກ.

ທ່ານ ໂຈ ໄບເດນ ໄດ້ບັນລະຍາຍຫຼັກໝັ້ນທີ່ໃຫ້ຄວາມສຳຄັນຕໍ່ການພົວພັນກັບຈີນ ແລະກ່າວວ່າ ອາເມຣິກາຍິນດີຮັກສາການແລກປ່ຽນກັບຈີນ ເພື່ອພ້ອມກັນຮັບມືກັບສິ່ງທ້າທາຍທົ່ວໂລກ.

    ໃນໄລຍະຢ້ຽມຢາມ, ທ່ານ ວາງຢີ້ ຍັງໄດ້ຈັດການເຈລະຈາສອງຮອບກັບທ່ານອັນໂຕນີ ບຣິນເຄນ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາ ແລະໄດ້ແລກປ່ຽນດ້ານຍຸດທະສາດກັບທ່ານແຈກ ຊູລີວານ ຜູ້ຊ່ວຍວຽກງານຄວາມໝັ້ນຄົງແຫ່ງຊາດຂອງປະທານາທິບໍດີອາເມຣິກາ.