ກອງປະຊຸມສະມັດຊາໃຫຍ່ອົງການສປຊຮັບຮອງເອົາຮ່າງມະຕິກ່ຽວກັບບັນຫາປາແລັດສະຕີນ-ອິດສະຣາແອນດ້ວຍຄະແນນສຽງສູງ

2023-10-28 15:41:48 CRI

   ວັນທີ 27 ຕຸລານີ້, ກອງປະຊຸມວິສາມັນຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດສະໄໝທີ 10 ໄດ້ລົງຄະແນນສຽງກ່ຽວກັບຮ່າງມະຕິວ່າດ້ວຍບັນຫາປາແລັດສະຕີນ-ອິດສະຣາແອນ,  ຜ່ານການລົງຄະແນນສຽງແມ່ນເຫັນດີ 120 ບັດ, ຄັດຄ້ານ 14 ບັດ ງົດອອກສຽງ 45 ບັດ ແລະ ໄດ້ຮັບຮອງດ້ວຍຄະແນນສຽງເຫັນດີກວມເອົາຈຳນວນ 2/3. ສ່ວນອາເມຣິກາ ແລະ ອິດສະລະແອນເປັນຕົ້ນໄດ້ລົງຄະແນນສຽງຄັດຄ້ານ.



    ຮ່າງມະຕິສະບັບນີ້ແມ່ນຮ່ວມສະເໜີໂດຍ 48 ປະເທດ ເຊັ່ນ: ຊອກດານີເປັນຕົ້ນ ເຊິ່ງຮຽກຮ້ອງໃຫ້ຢຸດຍິງແບບມະນຸດສະທຳຢ່າງຍາວນານ ແລະ ຕໍ່ເນື່ອງໃນທັນທີ, ສະໜອງເຄື່ອງຊ່ວຍເຫຼືອ ແລະ ການບໍລິການພື້ນຖານໃຫ້ປະຊາຊົນຢູ່ເຂດກາຊາໃນທັນທີ, ປົກປ້ອງປະຊາຊົນ ແລະ ອົງການຈັດຕັ້ງສາກົນ, ຮຽກຮ້ອງໃຫ້ອິດສະຣາແອນຍົກເລີກຄຳສັ່ງທີ່ໃຫ້ຊາວປາແລັດສະຕິນອົບພະຍົບອອກຈາກພາກເໜືອເຂດກາຊາ, ກ່າວປະນາມຄວາມຮຸນແຮງທັງໝົດທີ່ແນໃສ່ປະຂາຊົນປາແລັດສະຕີນແລະ ອິດສະຣາແອນ.