WHO: ສະຖານະການດ້ານມະນຸດສະທຳຢູ່ເຂດກາຊາ ໜ້າເປັນຫ່ວງຫຼາຍ

2023-10-29 15:11:58 cri


ວັນທີ 28 ຕຸລານີ້, ອົງການອະນາໄມໂລກ ຫຼື WHO ກ່າວວ່າ, ເນື່ອງຈາກການສື່ສານໂທລະຄົມ ແລະພະລັງງານໄຟຟ້າຢູ່ເຂດກາຊາໄດ້ຖືກຕັດຂາດທັງໝົດ, WHO ບໍ່ສາມາດຕິດຕໍ່ກັບພະນັກງານທີ່ປະຈຳຢູ່ເຂດກາຊາແລ້ວ. ສະພາບການດ້ານມະນຸດສະທຳຢູ່ເຂດກາຊາຂ້ຽວຂາດຫຼາຍ.



ອົງການ WHO ກ່າວວ່າ: ປະຊາຊົນເຂດກາຊາຍັງສືບຕໍ່ໄດ້ຮັບບາດເຈັບ ຍ້ອນການປະທະກັນຢ່າງບໍ່ຢຸດຢັ້ງ, ແຕ່ຍ້ອນໂທລະຄົມໄດ້ຖືກຕັດຂາດ, ລົດຂົນສົ່ງຄົນເຈັບບໍ່ສາມາດໄປເຖິງໄດ້, ສະນັ້ນ, ຈໍານວນຜູ້ເສຍຊີວິດເພີ່ມຂຶ້ນຢ່າງຫຼວງຫຼາຍ, ໃນນັ້ນ, ຫຼາຍກວ່າເຄິ່ງຫນຶ່ງແມ່ນຜູ້ຍິງແລະເດັກນ້ອຍ. WHO ຮຽກຮ້ອງອີກເທື່ອໜຶ່ງໃຫ້ ຢຸດຍິງໃນທັນທີເພື່ອມະນຸດສະທຳ ແລະຮັບປະກັນໃຫ້ມີຊ່ອງທາງທີ່ປອດໄພສຳລັບການຂົນສົ່ງອຸປະກອນການແພດສຸກເສີນ, ອາຫານ ແລະນ້ຳມັນເຊື້ອໄຟໄປຍັງເຂດກາຊາ.


ຕອນຄ່ຳວັນທີ 28 ຕຸລານີ້, ຄະນະກຳມະການສະພາກາແດງສາກົນໄດ້ອອກຖະແຫຼງການ ໂດຍຮຽກຮ້ອງໃຫ້ທຸກຝ່າຍທີ່ປະທະກັນນັ້ນ ຈົ່ງດຳເນີນການເຄື່ອນໄຫວ, ເພື່ອເຮັດໃຫ້ປະຊາຊົນຢູ່ເຂດກາຊາບໍ່ຖືກທໍລະມານແບບ “ບໍ່ສາມາດອົດທົນໄດ້” ອີກ.