ປະທານາທິບໍດີອາເມຣິກາຕ້ອນຮັບການເຂົ້າພົບຂອງກະຊວງການຕ່າງປະເທດຈີນ

2023-10-29 13:49:36 CRI


     ວັນທີ 27 ຕຸລານີ້, ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນທີ່ໄປຢ້ຽມຢາມອາເມຣິກາຢູ່ທຳນຽບຂ່າວ.

     ທ່ານຫວາງຢີ້ກ່າວວ່າ: ຈຸດປະສົງຂອງການຢ້ຽມຢາມຄັ້ງນີ້ແມ່ນແລກປ່ຽນຄວາມເຫັນກັບຝ່າຍອາເມຣິກາ ເພື່ອຊຸກຍູ້ໃຫ້ກາພົວພັນຈີນ-ອາເມຣິກາກັບຄືນສູ່ວົງໂຄຈອນການພັດທະນາທີ່ເປັນປົກກະຕິ ແລະໝັ້ນທ່ຽງໂດຍໄວເທົ່າທີ່ຈະໄວໄດ້.

     ທ່ານຫວາງຢີ້ຍັງກ່າວຕື່ມວ່າ: ພວກເຮົາຄວນຊຸກຍູ້ໃຫ້ການພົວພັນລະຫວ່າງຈີນ-ອາເມຣິກາມີຄວາມໝັ້ນທ່ຽງຢ່າງແທ້ຈິງດ້ວຍທ່າທີທີ່ຮັບຜິດຊອບຕໍ່ໂລກ ຮັບຜິດຊອບຕໍ່ປະຫວັດສາດ ແລະຮັບຜິດຊອບຕໍ່ປະຊາຊົນ ພ້ອມທັງປະຕິບັດຕາມສາມຫຼັກການທີ່ສະເໜີໂດຍທ່ານສີຈິ້ນຜິງ ປະທານປະເທດຈີນ ຄື ເຄົາລົບເຊິ່ງກັນແລະກັນ, ຢູ່ຮ່ວມກັນໂດຍສັນຕິ ແລະຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ນີ້ບໍ່ພຽງແຕ່ສອດຄ່ອກັບຜົນປະໂຫຍດພື້ນຖານຂອງສອງປະເທດກໍຄືປະຊາຊົນສອງຊາດເທົ່ານັ້ນ, ຍັງແມ່ນຄວາມປາຖະໜາຮ່ວມຂອງປະຊາຄົມໂລກອີກດ້ວຍ.

     ທ່ານໂຈ ໄບເດັນ ປະທານທິບໍດີອາເມຣິກາໄດ້ສົ່ງຄວາມຢື້ຢາມຖາມຂ່າວໄປຍັງທ່ານສີຈິ້ນຜິງ ປະທານປະເທດຈີນ, ແລະໄດ້ບັນລະຍາຫຼັກໝັ້ນຂອງຕົນທີ່ໃຫ້ຄວາມສຳຄັນແກ່ການພົວພັນຕໍ່ຈີນ, ທ່ານກ່າວວ່າ, ອາເມຣິກາຍິນດີຮັກສາການຕິດຕໍ່ພົວພັນກັບຈີນ, ຮ່ວມກັນຮັບມືກັບສິ່ງທ້າທາຍຕ່າງໆທີ່ມີຕໍ່ທົ່ວໂລກ.