ປະກາດຜົນການປະກວດລາງວັນນະຄອນພັດທະນາແບບຍືນຍົງທົ່ວໂລກຄັ້ງປະຖົມມະເລີກ

2023-10-29 13:37:02 CRI


     ວັນທີ 28 ຕຸລານີ້, ພິທີມອບລາງວັນນະຄອນພັດທະນາແບບຍືນຍົງທົ່ວໂລກ ກໍຄືພິທີເປີດກິດຈະກຳຈີນໃນໂອກາດວັນຕົວເມືອງໂລກປີ 2023 ໄດ້ຈັດຂຶ້ນຢູ່ນະຄອນຊຽງໄຮ້ຂອງຈີນ.

     ລວມີ 5 ນະຄອນໄດ້ຮັບລາງວັນນະຄອນພັດທະນາແບບຍືນຍົງທົ່ວໂລກຄັ້ງປະຖົມມະເລີກ, ຄື: ນະຄອນບຣິແບນຂອງອົຣາລີ, ນະຄອນຟູໂຈ່ວຂອງຈີນ, ນະຄອນຄຳປາລາຂອງອູກັນດາ, ນະຄອນຈອດທາວ ລັດໂພເຕຂອງມາເລເຊຍ ແລະນະຄອນຊັນວາດໍຂອງບຣາຊິນ. ລາງວັນດັ່ງກ່າວແມ່ນຈັດຂຶ້ນເພື່ອຊຸກຍູ້ການຈັດຕັ້ງປະຕິບັດວາລະການພັດທະນາແບບຍືນຍົງຮອດປີ 2030 ຂອງອົງການສະຫະປະຊາຊາດ, ຕັ້ງໜ້າຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຂໍ້ລິເລີ່ມການພັດທະນາທົ່ວໂລກ ແລະຍ້ອງຍໍນະຄອນດີເດັ່ນທີ່ໄດ້ຮັບຄວາມຄືບໜ້າຢ່າງພົ້ນເດັ່ນໃນດ້ານການພັດທະນາແບບຍືນຍົງໃນຂອບເຂດທົ່ວໂລກ.

     ປີນີ້ແມ່ນປີທີ່ອົງການສະຫະປະຊາຊາດກຳນົດວັນຕົວເມືອງໂລກຄົບຮອບ 10 ປີ.