ອັດງານກິລາເອຊຽນເກມຄົນພິການຄັ້ງທີ 4 ທີ່ນະຄອນຫາງໂຈ່ວ

2023-10-29 15:26:08 cri


 

 

    ງານມະຫາກຳກິລາເອຊຽນເກມຄົນພິການຄັ້ງທີ 4 ທີ່ນະຄອນຫາງໂຈ່ວໄດ້ອັດລົງຢູ່ນະຄອນຫາງໂຈ່ວປະເທດຈີນໃນຕອນຄ່ຳວັນທີ 28 ຕຸລານີ້.

    ພາຍໃນເວລາ 7 ວັນຂອງງານກິລາ, ນັກກິລາຄົນພິການ 3000 ກວ່າຄົນທີ່ມາຈາກ 44 ປະເທດ ແລະເຂດແຄວ້ນຂອງທະວີບອາຊີໄດ້ພະຍາຍາມສູ້ຊົນດ້ວຍທໍລະຫົດອົດທົນ ແລະ ສະແດງໃຫ້ເຫັນເຖິງພະລັງຊີວິດທີ່ກ້າວເດີນໄປຂ້າງໜ້າ.



ຈີນໄດ້ຈັດຕັ້ງປະຕິບັດງານກິລາຢ່າງພົ້ນເດັ່ນ ແລະ ຕິດຕັ້ງສິ່ງກໍ່ສ້າງໄຮ້ສິ່ງຂີດຂວາງຢ່າງພ້ອມພຽງ, ໂດຍໄດ້ຮັບຄວາມຍ້ອງຍໍຊົມເຊີຍຢ່າງກວ້າງຂວາງຈາກຄະນະກຳມະການໂອລິມປິກຄົນພິການອາຊີ ແລະ ປະຊາຄົມໂລກ.

ຄະນະນັກກິລາຈີນຊີງໄດ້ຫຼຽນຄຳ 214 ຫຼຽນ ແລະ ທັງໝົດ 521 ຫຼຽນ, ເຊິ່ງເປັນອັນດັບໜຶ່ງໃນລຽງລຳດັບຕາຕະລາງຫຼຽນຄຳ ແລະ ຫຼຽນ.