ຈີນຮຽກຮ້ອງໃຫ້ຝ່າຍຕ່າງໆທີ່ກ່ຽວຂ້ອງກັບວິກິດການອູແກຣນພະຍາຍາມສຸດຂີດເພື່ອປ້ອງກັນຄວາມສ່ຽງແຜ່ຂະຫຍາຍອາວຸດ ແລະ ລະເບີດຢ່າງສຸດຂີດ

2023-10-29 15:10:19 cri

 

ເມື່ອບໍ່ດົນມານີ້, ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໄດ້ຈັດກອງປະຊຸມເປີດເຜີຍກ່ຽວກັບບັນຫາແຜ່ຂະຫຍາຍອາວຸດໃນວິກິດການອູແກຣນ.

ທ່ານເກິງສວງ ຮອງຜູ້ຕາງໜ້າຖາວອນຈີນປະຈຳອົງການສະຫະປະຊາຊາດກ່າວວ່າ: ສະພາຄວາມໝັ້ນຄົງໄດ້ພິຈາລະນາບັນຫາການສະໜອງອາວຸດໃຫ້ແກ່ອູ

ແກຣນເປັນເວລາຫຼາຍຄັ້ງໃນເມື່ອກ່ອນ. ປັດຈຸບັນ, ວິກິດການອູແກຣນຍັງບໍ່ທັນສິ້ນສຸດລົງເທື່ອ ແລະ ສືບຕໍ່ສົ່ງຜົນກະທົບຕໍ່ພາຍນອກ.

ທ່ານເກິງສວງກ່າວວ່າ: ພວກເຮົາຮຽກຮ້ອງອີກເທື່ອໜຶ່ງໃຫ້ຝ່າຍຕ່າງໆທີ່ກ່ຽວຂ້ອງກັບວິກິດການອູແກຣນ, ບົນພື້ນຖານທ່າທີທີ່ມີຄວາມຮັບຜິດຊອບ, ໃຫ້ຄວາມສຳຄັນໃນລະດັບສູງ ແລະ ພະຍາຍາມສຸດຂີດເພື່ອປ້ອງກັນຄວາມສ່ຽງແຜ່ຂະຫຍາຍອາວຸດ ແລະ ລູກລະເບີດ ໂດຍສະເພາະແມ່ນຫຼີກເວັ້ນບໍ່ໃຫ້ຕົກຢູ່ໃນກຳມືຂອງພວກກໍ່ການຮ້າຍ, ປ້ອງກັນບໍ່ໃຫ້ສ້າງຄວາມປັ່ນປ່ວນ ແລະ ການປະທະກັນຄັ້ງໃໝ່ທີ່ທຳລາຍຊີວິດຫຼາຍກວ່ານີ້.