ອຸມົງໃຕ້ນ້ຳແຫ່ງທຳອິດຂອງອາຊີໃຕ້ ທີ່ສ້າງໂດຍບໍລິສັດຈີນໄດ້ເລີ່ມແລ່ນລົດແລ້ວ

2023-10-29 15:12:59 cri


ໂຄງການອຸມົງໃຕ້ນ້ຳ ຄານາພູລີ(Karnaphuli) ປະເທດບັງກລາເທດ ເຊິ່ງເປັນອຸມົງໃຕ້ນ້ຳແຫ່ງທຳອິດຂອງອາຊີໃຕ້ ທີ່ຮັບເໝົາກໍ່ສ້າງໂດຍບໍລິສັດຈີນນັ້ນ ໄດ້ເລີ່ມແລ່ນລົດຢ່າງເປັນທາງການໃນວັນທີ 28 ຕຸລານີ້.


ທ່ານ ໂອເບດູນ ຄາເດຍ ລັດຖະມົນຕີກະຊວງການຂົນສົ່ງທາງບົກແລະຂົວຂອງປະເທດບັງກລາເທດກ່າວວ່າ, ການເປີດນຳໃຊ້ອຸມົງໃຕ້ນ້ຳ ຄານາພູລີ ແມ່ນຜົນສຳເລັດທີ່ໃຫຍ່ຫຼວງ, ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ, ບັງກລາເທດໄດ້ເຂົ້າສູ່ຍຸກທີ່ມີອຸມົງໃຕ້ນ້ຳ, ແລະກໍຈະເປີດຍຸກໃໝ່ແຫ່ງການພັດທະນາຄົມມະນາຄົມຂອງບັງກລາເທດຄືກັນ.


ໂຄງການອຸມົງໃຕ້ນ້ຳ ຄານາພູລີ ເລີ່ມກໍ່ສ້າງໃນວັນທີ 5 ທັນວາປີ 2017, ຍາວທັງໝົດ 9,3 ກິໂລແມັດ. ການອອກແບບແລະການກໍ່ສ້າງອຸມົງດັ່ງກ່າວແມ່ນປະຕິບັດໂດຍນຳໃຊ້ເຕັກນິກຈີນ, ມາດຕະຖານຈີນແລະອຸປະກອນຈີນໝົດ.