ຮອງຜູ້ຕາງໜ້າຖາວອນຣັດເຊຍປະຈຳ ສປຊ ກ່າວວ່າ: ອາວຸດທີ່ປະເທດຕາເວັນ ຕົກຊ່ວຍເຫຼືອອູແກຣນນັ້ນມີປະມານ 20% ໄດ້ໄຫຼເຂົ້າສູ່ຕະຫຼາດມືດແລ້ວ

2023-10-29 14:04:37 cri

ເມື່ອບໍ່ດົນມານີ້, ທ່ານເດີມິຕຣີ ໂປລີຢານສະກີ ຮອງຜູ້ຕາງໜ້າຖາວອນຜູ້ທີໜຶ່ງຂອງຣັດເຊຍປະຈຳອົງການສະຫະປະຊາຊາດກ່າວໃນກອງປະຊຸມບັນຫາອູແກຣນສະພາຄວາມໝັ້ນຄົງວ່າ: ອາວຸດທີ່ປະເທດຕາເວັນຕົກຊ່ວຍເຫຼືອອູແກຣນນັ້ນມີປະມານ 20% ໄດ້ໄຫຼເຂົ້າສູ່ຕະຫຼາດມືດແລ້ວ.

ທ່ານເດີມິຕຣີ ໂປລີຢານສະກີກ່າວວ່າ: ອາເມຣິກາມີເຈດຕະນາຢາກຫາກຳໄລໂດຍກົງຈາກການປະທະກັນຢູ່ອູແກຣນ ເພາະວ່າວິສາຫະກິດຜະລິດອາວຸດໄດ້ຍົກສູງລາຄາຂອງອາວຸດທີ່ສະໜອງໃຫ້ແກ່ອູແກຣນ. ຍ້ອນສາເຫດດັ່ງກ່າວ, ລາຍໄດ້ຂອງວິສາຫະກິດຜະລິດອາວຸດຂອງອາເມຣິກາຈຶ່ງໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ. ຕາມສະຖິຕິທີ່ເປີດເຜີຍໂດຍລັດຖະບານອູແກຣນສະແດງໃຫ້ເຫັນວ່າ: ຄ່າໃຊ້ຈ່າຍທີ່ອູແກຣນຍິງລູກປືນໃຫຍ່ລູກໜຶ່ງເທົ່າກັບລາຍໄດ້ຕໍ່ເດືອນຂອງຊາວອູແກຣນ 20 ຄົນ.

ທ່ານເດີມິຕຣີ ໂປລີຢານສະກີກ່າວຕື່ມອີກວ່າ: ໃນສົງຄາມບາງຄົນປະສົບໄພ ແຕ່ບາງຄົນໄດ້ຮັບຄວາມຮັ່ງມີ ເຊິ່ງປະໂຫຍກນີ້ເໝາະກັບອາເມຣິກາຕະຫຼອດ.