ອະດີດຮອງນາຍົກໂປໂລຍກ່າວວ່າ: ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ມີພະລັງຊີວິດທີ່ເຂັ້ມແຂງ

2023-10-30 11:19:49 CRI


   ຫວ່າງມໍ່ໆມານີ້, ທ່ານຈານູສ ເພຍໂຮຊິນສະກີ ອະດີດຮອງນາຍົກໂປໂລຍກວ່າວ່າ, ພາຍໃຕ້ການຊຸກຍູ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ພື້ນຖານໂຄງລ່າງຂອງໂປໂລຍໄດ້ຮັບການປັບປຸງໃຫ້ສົມບູນຂຶ້ນ, ທ່າແຮງດ້ານພູມສັັນຖານໄດ້ຮັບການເສີມຂະຫຍາຍຢ່າງເຕັມທີ່. ຈີນກຳລັງຊ່ວຍໃຫ້ໂປໂລຍກາຍເປັນຊຸມທາງຈໍລະຈອນສິນຄ້າຂອງເອີຣົບ, ສ້າງວຽກເຮັດງານທຳຈຳນວນຫຼາຍໃຫ້ແກ່ໂປໂລຍ, ໄດ້ຍົກສູງລາຍຮັບ ແລະ ຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນໃຫ້ດີຂຶ້ນ.



    ທ່ານເພຍໂຮຊິນສະກີເນັ້ນໜັກວ່າ: ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງໂປໂລຍ ກັບ ຈີນລົງສູ່ລວງເລິກຢ່າງບໍ່ຢຸດຢັ້ງ, ການໄປມະຫາສູ່ລະຫວ່າງປະຊາຊົນສອງປະເທດນັບມື້ນັບຫຼາຍຂຶ້ນ. ປະເທດຕ່າງໆຢາກພັດທະນາ ກໍຕ້ອງຮັກສາທ່າທີເປີດປະຕູ ແລະ ດຳເນີນການຮ່ວມມື. ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ມີພະລັງຊີວິດທີ່ເຂັ້ມແຂງ, ໄດ້ຮັບຄວາມນິຍົມຊົມຊອບຈາກປະຊາຄົມໂລກຢ່າງກວ້າງຂວາງ. ຈີນໄດ້ເພີ່ມພະລັງແຮງຢ່າງຕໍ່ເນື່ອງເພື່ອຊຸກຍູ້ການສ້າງເສດຖະກິດໂລກແບບເປີດປະຕູ, ຈະສ້າງໂອກາດການພັດທະນາດ້ານເສດຖະກິດຫຼາຍກວ່າເກົ່າໃຫ້ແກ່ໂປໂລຍ.