ໂຄງການລົດໄຟໃຕ້ດິນເມັກຊິກໂກຊິດຕີທີ່ວິສາຫະກິດຈີນກໍ່ສ້າງເລີ່ມເປີດນຳໃຊ້ແລ້ວ

2023-10-30 10:58:34 CRI

 

    ວັນທີ 29 ຕຸລານີ້, ໂຄງການປັບປຸງຄວາມທັນສະໄໝຂອງລົດໄຟໃຕ້ດິນເມັກຊິກໂກຊິດຕີ ນະຄອນຫຼວງຂອງເມັກຊິກໂກສາຍທີ 1 ທີ່ວິສາຫະກິດຈີນກໍ່ສ້າງເລີ່ມເປີດນຳໃຊ້ແລ້ວ, ເຮັດໃຫ້ລົດໄຟໃຕ້ດິນຂອງເມັກຊິກໂກຊິດຕີສາຍ 1 ທີ່ນຳໃຊ້ມາເປັນເວລາ 50 ປີກ້າວໄປສູ່ຄວາມທັນສະໄໝ.


 

    ໂຄງການດັ່ງກ່າວລວມມີການຍົກລະດັບຄວາມທັນສະໄໝຕ່າງໆ ເຊັ່ນ: ການລົງທຶນການລະດົມທຶນ, ລົດໄຟໃຕ້ດິນຄັນໃໝ່ ແລະ ລະບົບສັນຍານໂທລະຄົມເປັນຕົ້ນ. ໂຕລົດໄຟແມ່ນວິສາຫະກິດຈີນເປັນຜູ້ຄົ້ນຄວ້າພັດທະນາ, ສາມາດເຮັດໃຫ້ສຽງລົບກວນເມື່ອເວລາລົດແລ່ນຫຼຸດລົງຢ່າງບັງເກີດຜົນ, ສອດຄ່ອງກັບພູມສັນຖານຂອງເມັກຊິກໂກເປັນຢ່າງດີ, ຍິ່ງປອດໄພ ແລະ ໃຊ້ພະລັງງານໜ້ອຍ.



    ໂຄງການນີ້ຍັງໄດ້ດຶງດູດອຸດສາຫະກຳປະເພດອຸປະກອນກ່ຽວກັບການຄົມມະນາຄົມລົດລາງຂອງທ້ອງຖິ່ນໃຫ້ພັດທະນາໄປ, ພ້ອມທັງໄດ້ອົບຮົມພະນັກງານເຕັກນິກຂອງເມັກຊິກໂກເກືອບ 300 ຄົນ ໂດຍໄດ້ສະໜອງບົດຮຽນດ້ານເຕັກນິກ ແລະ ໂອກາດການປະກອບອາຊີບໃຫ້ເຂົາເຈົ້າ.