CMGກັບສູນແລກປ່ຽນອະລິຍະທຳຈີນ-ເກຣັກແລະສະຖາບັນໂອລິມປິກສາກົນກ້າວເຖິງຂັ້ນຕົກລົງຮ່ວມມືກັນ

2023-10-30 15:36:12 CRI


    ໃນວັນທີ28ຕຸລານີ້,ວິທະຍຸໂທລະພາບສູນກາງຈີນ(CMG)ກັບສູນແລກປ່ຽນອະລິຍະທຳຈີນ-ເກຣັກແລະສະຖາບັນໂອລິມປິກສາກົນໄດ້ເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມື ເພື່ອຕົກລົງຮ່ວມມືກັນກ່ຽວກັບການຊຸກຍູ້ການແລກປ່ຽນແລະຖອດຖອນບົດຮຽນທາງດ້ານອະລິຍະທຳຈີນ-ເກຣັກແລະສົ່ງເສີມນ້ຳໃຈໂອລິມປິກເປັນຕົ້ນ.

 

    ທ່ານເຊີ້ນໄຫຊົງ ຮອງຫົວໜ້າຄະນະໂຄສະນາອົມຮົມສູນກາງພັກກອມມູນິດຈີນ,ຜູ້ອຳນວຍການໃຫຍ່ວິທະຍຸໂທລະພາບສູນກາງຈີນ ໄດ້ພົບປະເຈລະຈາກັບທ່ານສະເຕລີໂອສ ເວຍວີດາກິສ ປະທານຄະນະກຳມະການຝ່າຍເກຣັກຂອງສູນແລກປ່ຽນອະລິຍະທຳຈີນ-ເກຣັກ ໂດຍກ່າວວ່າ: ຈີນແລະເກຣັກແມ່ນປະເທດທີ່ມີປະຫວັດຄວາມເປັນມາດ້ານອະລິຍະທຳເກົ່າແກ່ຢ່າງຍາວນານ. ວິທະຍຸໂທລະພາບສູນກາງຈີນຮ່ວມກັບສູນແລກປ່ຽນອະລິຍະທຳຈີນ-ເກຣັກ ເກາະແຂນກັນຢ່າງແໜ້ນແຟ້ນ,ເລົ່າເລື່ອງລາວກ່ຽວກັບຈີນແລະເກຣັກຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”ໃຫ້ດີ,ເພີ່ມຄວາມເຂົ້າໃຈແລະຄວາມໄວ້ເນື້ອເຊື່ອໃຈກັນລະຫວ່າງປະຊາຊົນສອງຊາດ,ເພິ່ມພະລັງແຮງດ້ານອະລິຍະທຳໃຫ້ແກ່ການຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.

 

    ໃນເວລາພົບປະເຈລະຈາກັບທ່ານໄອຊິໂດໂຣສ ຄູເວິໂລສ ຫົວຫນ້າສະຖາບັນໂອລິມປິກສາກົນ,ທ່ານເຊີ້ນໄຫຊົງກ່າວວ່າ: ໃນຊູ່ມື້ນີ້ແບບສະຖານະການໂລກ ປ່ຽນແປງຢ່າງບໍ່ຢຸດຢັ້ງທີ່ບໍ່ເຄີຍມີມາກ່ອນໃນຮອບຮ້ອຍປີຜ່ານມາ,ນ້ຳໃຈໂອລິມປິກທີ່ສາມັກຄີກັນ,ມິດຕະພາບແລະສັນຕິພາບຈິ່ງປາກົດໃຫ້ເຫັນບົດບາດສຳຄັນກວ່າໝູ່. ຫວັງວ່າສອງຝ່າຍຈະຖືເອົາການເຊັນບົດບັນທຶກຄັ້ງນີ້ເປັນໂອກາດ,ເສີມຂະຫຍາຍທ່າແຮງດ້ານຊັບພະຍາກອນຂອງໃຜລາວ,ຊຸກຍູ້ການເສີມຂະຫຍາຍນ້ຳໃຈໂອລິມປິກຢ່າງກວ້າງຂວາງ,ອອກແຮງຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.