ສະຖານທູດຈີນປະຈຳຍີ່ປຸ່ນຕອບໂຕ້ກໍລະນີທີ່ G7 ຮຽກຮ້ອງໃຫ້ຍົກເລີກການຈຳກັດການຄ້າຂາຍນຳເຂົ້າທີ່ມີຕໍ່ຍີ່ປຸ່ນ

2023-10-30 15:25:48 CRI

    ວັນທີ 29 ຕຸລານີ້,ກຸ່ມ7ປະເທດ(G7)ໄດ້ຈັດກອງປະຊຸມລັດຖະມົນຕີກະຊວງການຄ້າຢູ່ນະຄອນໂອຊາກາປະເທດຍີ່ປຸ່ນ ໂດຍຮຽກຮ້ອງໃຫ້ຍົກເລີກການຈຳກັດການນຳເຂົ້າອາຫານທະເລຂອງຍີ່ປຸ່ນ,ເພື່ອຮ່ວມກັນຮັບມືກັບການຂົ່ມຂູຸ່ທາງເສດຖະກິດ ແລະອື່ນໆ.

 

    ວັນທີ30ຕຸລານີ້,ໂຄສົກສະຖານທູດຈີນປະຈຳຍີ່ປຸ່ນກ່າວວ່າ: ລັດຖະບານຍີ່ປຸ່ນບໍ່ເອົາຫົວຊານຳຄວາມກັງວົນຢ່າງໜັກໜ່ວງຈາກປະຊາຄົມໂລກ,ດື້ດ້ານລະບາຍນ້ຳປົນເປື້ອນລັງສີນິວເຄຣຍລົງສູ່ທະເລ,ຍ້າຍຄວາມສ່ຽງເສື່ອມພິດດ້ານນິວເຄລຍໃຫ້ທົ່ວໂລກຢ່າງເປີດແປນ. ເພື່ອປ້ອງກັນຄວາມປອດໄພດ້ານອາຫານແລະສຸຂະພາບຂອງປະຊາຊົນທົ່ວໂລກ,ບັນດາປະເທດມີສິດນຳໃຊ້ມາດຕະການປ້ອງກັນທີ່ກ່ຽວຂ້ອງ. ປະເທດທີ່ເປັນຜູ້ກໍ່ບັນຫາຄວນສຳຫຼວດຕົນເອງ ແລະແກ້ໄຂການກະທຳຜິດທີ່ລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ.


 

    ໂຄສົກທ່ານນີ້ກ່າວຕື່ມວ່າ: ສະມາຊິກ G7 ທຳລາຍສະພາບແວດລ້ອມການແກ້ງແຍ້ງແຂ່ງກັນກັນທີ່ຍຸຕິທຳນັ້ນມາຫຼາຍເທື່ອແລ້ວ. ພວກເຮົາທວງໃຫ້ສະມາຊິກ G7 ຢ່າຍຶດໝັ້ນສອງມາດຕະຖານແບບດື້ດ້ານ,ໃຊ້ການກະທຳຕົວຈິງເພື່ອປ້ອງກັນລະບຽບການຄ້າແລະການລົງທຶນຂອງສາກົນ.