ທູດພິເສດຈີນໄດ້ພົບປະກັບຂ້າຫຼວງໃຫຍ່ຫ້ອງການຊ່ວຍເຫຼືອ ແລະ ວຽກງານເຂດພາກຕາເວັນອອກໃກ້ຂອງອົງການສະຫະປະຊາຊາດ

2023-10-30 17:13:51 cri


    ວັນທີ 29 ຕຸລານີ້, ທ່ານຈາຍຈ້ວນ ທູດພິເສດບັນຫາຕາເວັນອອກກາງຂອງລັດຖະບານຈີນໄດ້ພົບປະກັບ ທ່ານຟີລິບເປ ລາຈາຣີນີ ຂ້າຫຼວງໃຫຍ່ຫ້ອງການຊ່ວຍເຫຼືອ ແລະ ວຽກງານເຂດພາກຕາເວັນອອກໃກ້ຂອງອົງການສະຫະປະຊາຊາດ ຫຼື UNRWA ຢູ່ນະຄອນຫຼວງອຳມານປະເທດຊັອກດານີ,  ສອງຝ່າຍໄດ້ແລກປ່ຽນຄວາມເຫັນກ່ຽວກັບສະຖານະການປາແລັດສະຕີນ-ອິດສະຣາແອນ.

    ທ່ານຟີລິບເປ ລາຈາຣີນີກ່າວວ່າ, ສະພາບການເຂດກາຊາໃນປັດຈຸບັນໄດ້ໜັກໜ່ວງຂຶ້ນຕື່ມຢ່າງຕໍ່ເນື່ອງ, ວິກິດການມະນຸດສະທຳມີຄວາມຮ້າຍແຮງ, ທັງໄດ້ສົ່ງຜົນກະທົບໃຫ້ແກ່ປະເທດອ້ອມຂ້າງ. ປະຊາຄົມໂລກຄວນສຸມຄວາມພະຍາຍາມນຳກັນ, ຊຸກຍູ້ໃຫ້ຝ່າຍທີ່ກ່ຽວຂ້ອງຂອງການປະທະກັນຢຸດຍິງໂດຍໄວ, ເຮັດໃຫ້ເຄື່ອງຊ່ວຍເຫຼືອດ້ານມະນຸດສະທຳຫຼາຍກວ່າເກົ່າສາມາດເຂົ້າເຖິງເຂດກາຊາໂດຍໄວ, ເພື່ອຫຼຸດຜ່ອນຄວາມຫຍຸ້ງຍາກລຳບາກຂອງປະຊາຊົນປາແລັດສະຕີນ.

    ທ່ານຈາຍຈ້ວນກ່າວວ່າ, ສະຖານະການເຄັ່ງຕຶງລະຫວ່າງປາແລັດສະຕີນ-ອິດສະຣາແອນໄດ້ໜັກໜ່ວງຂຶ້ນຕື່ມຢ່າງບໍ່ຢຸດຢັ້ງ, ເຮັດໃຫ້ປະຊາຊົນຈຳນວນຫຼວງຫຼາຍໄດ້ເສຍຊີວິດ ແລະ ຮັບບາດເຈັບ, ຈີນສະແດງຄວາມເປັນຫ່ວງເປັນໄຍຕໍ່ກັບເລື່ອງນີ້. ຈີນຍິນດີສືບຕໍ່ໃຫ້ການຊ່ວຍເຫຼືຍຫຼາຍເທົ່າທີ່ຈະຫຼາຍໄດ້ໃຫ້ແກ່ UNRWA ແລະ ຊຸກຍູ້ໃຫ້ປະຊາຄົມໂລກເພີ່ມການຊ່ວຍເຫຼືອໃຫ້ແກ່ປາແລັດສະຕີນໂດຍຜ່ານ UNRWA, ປັບປຸງສະພາບການມະນຸດສະທຳຢູ່ປາແລັດສະຕີນຕື່ມອີກ.